ອາເມລິກາເພີ່ມເຕີມເຈົ້າຫນ້າທີ່ຂັ້ນສູງສປປເກົາຫລີ7ຄົນເຂົ້າບັນຊີລາຍຊື່ຖືກລົງໂທດ

ອາເມລິກາເພີ່ມເຕີມເຈົ້າຫນ້າທີ່ຂັ້ນສູງສປປເກົາຫລີ7ຄົນເຂົ້າບັນຊີລາຍຊື່ຖືກລົງໂທດ - ảnh 1
ຜູ້​ນຳ  ສ​ປ​ປ ເກົາ​ຫລີ Kim Jong Un 

(vovworld)- ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ການ​ເງິນ ອ​າ​ເມ​ລິ​ກາ ເມື່ອ​ວັນ​ທີ 11/1 ໃຫ້​ຮູ້​ວ່າ: 7 ຄົນ​ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຖືກ​ລົງ​ໂທດ​ພິ​ເສດ ລ້ວນ​ແຕ່ ແມ່ນ​ເຈົ້າ​ຫນ້າ​ທີ່​ຂອງ​ລັດ​ຖະ​ບານ ສ​ປ​ປ ເກົາ​ຫລີ, ພັກ​ແຮງ​ງານ​ສ​ປ​ປ​ເກົາ​ຫລີ, ກະ​ຊວງ​ແຮງ​ງານ ແລະ ຄະ​ນະ​ກຳ​ມະ​ການ​ແຜນ​ການ​ແຫ່ງ​ລັດ ສ​ປ​ປ​ເກົາ​ຫລີ. ໃນ​ຈຳ​ນວ​ນ​ບັນ​ດາ​ເຈົ້າ​ຫນ້າ​ທີ່ ສ​ປ​ປ ເກົາ​ຫລີ ຖືກ​ລົງ​ໂທດ​ຄັ້ງນີ້ ມີ​ທ່ານ​ນາງ Kim Yo Jong ແມ່ນ​ນ້ອງ​ສາວ​ຂອງ​ຜູ້​ນຳ Kim Jong Un ແລະ ປະ​ຈຸ​ບັນ ພວມ​ດຳ​ລົງ​ຕຳ​ແຫນ່ງ​ຮອງ​ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ໂຄ​ສະ​ນາ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫລີ. ນອກນັ້ນ ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ຍັງ​ມີ​ທ່ານ Kim Won Hong, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບແຫ່ງ​ລັດ.


ຕອບກັບ

ຂ່າວ/ບົດ​ອື່ນ