ອາເມລິກາໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບອາຊຽນ

ອາເມລິກາໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບອາຊຽນ - ảnh 1
ພົນ​ເຮືອ​ເອກ Samuel Locklear, ຜູ້​ບັນຊາ​ການ​ກຳລັງ​ທັບ ອາ​ເມ​ລິ​ກາ ຢູ່ ປາຊີ​ຟິກ
(ພາບ: AFP)


(vovworld) – ​​ໃນ​ການ​ຢ້ຽມຢາມ​ຄະ​ນະ​ເລຂາ ອາ​ຊຽນ ​ເມື່ອ​ວັນ​ທີ 7/2, ພົນ​ເຮືອ​ເອກ Samuel Locklear, ຜູ້​ບັນຊາ​ການ​ກຳລັງ​ທັບ ອາ​ເມ​ລິ​ກາ ຢູ່ ປາຊີ​ຟິກ (US PACOM), ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ​ແລະ ຂອງ US PACOM ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງມີ​ຄວາມ​ສົນ​ໃຈ, ລວມມີ​ການ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​​ໄພ​ທຳ​ມະ​ຊາດ (HADR). ພົນ​ເຮືອ​ເອກ Samuel Locklear ຢືນຢັນ US PACOM  ມີ​ຄວາມ​ສາມາດ​ ​ແລະ ມີ​ບັນດາ​ແຫຼ່ງກຳລັງຢ່າງ​ພຽງພໍ​ເພື່ອກຽມພ້ອມ​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ ອາ​ຊຽນ. US PACOM  ​ໄດ້​ບົ່ງ​ຕົວພາລະ​ກອນ​ຊ່ວຍ​ເຫຼືອ​ເອກ​ອັກຄະ​ລັດຖະທູດ - ຫົວໜ້າ​ຄະນະ​ຜູ້​ຕ່າງ​ໜ້າ​ປະຈຳການ ອາ​ເມ​ລິ​ກາ ປະຈຳ ອາ​ຊຽນ ຢູ່ Jakarta ​ແລະ ກຽມ​ພ້ອມ​ຊ່ວຍ​ເຫຼືອ ມຽນມາ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃນ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2014 ​ແລະ ມາ​ເລ​ເຊຍ ​ໃນ​ຖານະ​ຕຳ​ແໜ່​ງນີ້​ໃນ​ປີ 2015.

    ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ​ກັບ​ທ່ານ​ຮ​ອງ​ເລຂາທິການ​ໃຫຍ່ ຮັບ​ຜິດ​ຊອບ​ປະຊາ​ຄົມ ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ ອາ​ຊຽນ Nyan Lynn, ພົນ​ເຮືອ​ເອກ Locklear ກໍ່​ໄດ້​ແຈ້ງ​ກັບ​ທ່ານ ຮອງ​ເລຂາທິການ​​ໃຫຍ່ Nyan Lynn ກ່ຽວ​ກັບ​ເລື່ອງ​ກະກຽ​ມ​ໃຫ້ການ​ເຈລະຈາ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ຕົ້ນ​ເດືອນ 4 ຈະ​ມາ​ເຖິງ​ຢູ່ Hawaii (ປະ​ເທດ ອາ​ເມ​ລິ​ກາ).

 

ຂ່າວ/ບົດ​ອື່ນ