ອາເມລິກາໜູນຊ່ວຍອີຣັກຢຶດຄອງເຂື່ອນMosulຄືນໃໝ່

ອາເມລິກາໜູນຊ່ວຍອີຣັກຢຶດຄອງເຂື່ອນMosulຄືນໃໝ່ - ảnh 1
ບັນດາມືປືນຊາວ Kurd ຢູ່ສະໜາມຮົບ Khazer ໃນວັນທີ 14/8.
 (ພາບ: AFP/TTXVN)

(vovworld) – ວັນ​ທີ 16/8, ກຳລັງ​ຊາວ Kurd ຢູ່ ອີຣັກ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ເຮືອບິນ​ສູ້​ຮົບ ອາ​ເມ​ລິ​ກາ ​ໄດ້​ປຸກລະດົມ​ບັ້ນ​ຮົບ​ຢືດຄອງ​ເຂື່ອນ Mosul ຈາກ​ບັນດາ​ມື​ປືນ​ພວກ​ກະບົດ​ແຫ່ງ​ລັດ​ອິດສະ​ລາມ (IS) ຄື​ນ​ໃໝ່. ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ຂັ້ນ​ສູງ​ຊາວ Kurd, ​ພົນ​ຈັດຕະວາ Abdelrahman Korini ​ໃຫ້​ຮູ້​ວ່າ: ດ້ວຍ​ການ​ໜູນ​ຊ່ວຍ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ, ກຳລັງ​ຊາວ Kurd ​ຍາດ​ໄດ້​ສິດ​ຄວບ​ຄຸມ​ເຂດ​ຕາ​ເວັນ​ອອກ​ຂອງ ​​ເຂື່ອນແຫ່ງ​ໃຫຍ່​ທີ່​ສຸດ​ຢູ່ ອີຣັກ ນີ້ ​ແລະ ​ໄດ້​ດັບ​ສູນ​ພວກ​ກະບົດ IS ຈຳນວນ​ໜຶ່ງ. ​ໃນ​ຂະນະ​ນັ້ນ, ກອງ​ບັນຊາ​ການ​ສູນ​ກາງ ອາ​ເມ​ລິ​ກາ ຢືນຢັນ​ໄດ້ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃກ້ກັບ Arbil ​ແລະ ​ໃກ້​ກັບ​ເຂື່​ອນ Mosul ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ກຳລັງ​ຊາວ Kurd ຢືດຄອງ​ເຂື່ອນ​ນີ້​ຄືນ​ໃໝ່.

    ບັນດາ​ການ​ບຸກ​ໂຈມ​ຕີ​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ​ພວກ​ກະບົດ IS ບຸກ​ເຂົ້າ​ບ້ານ Kocho, ​ແຂວງ Nineveh, ທາງ​ພາກ​ເໜືອ ອີຣັກ, ​ເຂັ່ນຂ້າ​ປະມານ 80 ຄົນ ​ແລະ ລອກ​ຈັບ​ຕົວ​ແມ່ຍິງ ​ແລະ ​ເດັກ​ນ້ອຍ​ກ່ວາ 200 ຄົນ ພຽງ​ໜຶ່ງ​ວັນ. ​ໃນ​ວັນ​ດຽວ​ກັນ, ອົງການ​ຕິດຕາມ​ກວດ​ກາສິ​ດທິມະນຸດ ຊີຣີ ​ໃຫ້​ຮູ້​ວ່າ: ​ໃນ​ຮອບ​ເວລາ 2 ສັບປະດາ​ຜ່ານ​ມາ, ພວກ​ກະບົດ IS ​ໄດ້​ເຂັ່ນ​ຂ້າ 700 ຄົນ​​​ເຊິ່ງແມ່ນ​ສະມາຊິກ​ຂອງ​ຊົນ​ເຜົ່າໜຶ່ງ​ເຊິ່ງກຳລັງ​ນີ້​ພວມ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຊີຣີ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນ.


ຂ່າວ/ບົດ​ອື່ນ