ອຳນາດການປົກຄອງ ເຊີອຸນ ປຶກສາຫາລືມາດຕະການໜູນຊ່ວຍບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍໃນເຫດຢຽບກັນ

(VOVWORLD) - ຈະປຶກສາຫາລືກັບລັດຖະບານສູນກາງ ກ່ຽວກັບການກຳນົດທົ່ວນະຄອນຫຼວງ ເຊີອຸນ ແມ່ນເຂດ ໄພພິບັດພິເສດ ເພື່ອຜັນຂະຫຍາຍບັນດາແຜນການໜູນຊ່ວຍພາຍຫຼັງກໍລະນີຢຽບກັນທີ່ຮ້າຍແຮງເຮັດໃຫ້ກ່ວາ 150 ຄົນເສຍຊີວິດ
ອຳນາດການປົກຄອງ ເຊີອຸນ ປຶກສາຫາລືມາດຕະການໜູນຊ່ວຍບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍໃນເຫດຢຽບກັນ - ảnh 1ວຽກງານກູ້ໄພກູ້ຊີບຢູ່ສະຖານທີ່ເກີດເຫດ (ພາບ:Yonhap/TTXVN)

ວັນທີ 30 ຕຸລາ, ທ່ານ Oh Se-hoon, ເຈົ້າຄອງນະຄອນຫຼວງ ເຊີອຸນ, ສ ເກົາຫຼີ ໃຫ້ຮູ້ວ່າ: ຈະປຶກສາຫາລືກັບລັດຖະບານສູນກາງ ກ່ຽວກັບການກຳນົດທົ່ວນະຄອນຫຼວງ ເຊີອຸນ ແມ່ນເຂດ ໄພພິບັດພິເສດ ເພື່ອຜັນຂະຫຍາຍບັນດາແຜນການໜູນຊ່ວຍພາຍຫຼັງກໍລະນີຢຽບກັນທີ່ຮ້າຍແຮງເຮັດໃຫ້ກ່ວາ 150 ຄົນເສຍຊີວິດ.

        ທ່ານເຈົ້າຄອງນະຄອນ Oh Se-hoon ໃຫ້ຮູ້ຂໍ້ມູນດັ່ງກ່າວເມື່ອລົງກວດກາສະຖານທີ່ເກີດເຫດຢຽບກັນຢູ່ Itaewon, ເມືອງ Yongsan. ພາຍຫຼັງໄດ້ຮັບຂໍ້ມູນຂ່າວກ່ຽວກັບເຫດຢຽບກັນເກີດຂຶ້ນຢູ່ທີ່ນີ້, ທ່ານໄດ້ຫລຸດເວລາໄປປະຕິບັດງານຢູ່ ເອີລົບ ລົງ ແລະ ກັບເມືອປະເທດໃນທັນທີ. ທ່ານໃຫ້ຄຳໝັ້ນສັນຍາຈະເຮັດທຸກສິ່ງທຸກຢ່າງທີ່ຈະສາມາດເຮັດໄດ້ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດວິນາດສະກຳນີ້, ຊ່ວຍເຫຼືອຄອບຄົວຂອງບັນດາຜູ້ປະສົບເຄາະຮ້າຍ ແລະ ຜູ້ຖືກຮັບບາດເຈັບຜ່ານຜ່າຄວາມເຈັບປວດນີ້, ໃນນັ້ນມີການໜູນຊ່ວຍຈັດພິທີງານສົບໃຫ້ຜູ້ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ