ອຳນາດການປົກຄອງຊີຣີປະຕິເສດການນຳໃຊ້ອາວຸດເຄມີ

ອຳນາດການປົກຄອງຊີຣີປະຕິເສດການນຳໃຊ້ອາວຸດເຄມີ - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ທີ 26/10, ລັດ​ຖະ​ບານ ຊີ​ຣີ ໄດ້​ປະ​ຕິ​ເສດ​ຂ່າວ​ຄາວ​ທີ່​ວ່າ ບັນ​ດາ​ກຳ​ລັງ​ທະ​ຫານ ຊີ​ຣີ ເຄີຍ​ນຳ​ໃຊ້​ອາວ​ຸດ​ເຄ​ມີ​ໃນ​ສົງ​ຄ​າມ​ກາງ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ການ​ກະ​ທຳ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ພຽງ 2, 3 ມື້ ພາຍ​ຫລັງ​ການ​ສືບ​ສວນສອບ​ສວນສາ​ກົນ​ທີ່​ກ່າວ​ຫາ​ກຳ​ລັງ​ທະ​ຫານ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ ຊີ​ຣີ ຢືນ​ຢູ່​ເບື້ອງ​ຫລັງ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ອາຍ​ພິດ​ຄ​ັ້ງ​ທີ 3 ໃນ​ການ​ປະ​ທະ​ກັນ​ພວມ​ເກີດ​ຂຶ້ນ.

ຕາມ​ບົດ​ລາຍ​ງານ​ການ​ສືບ​ສວນ​ສອບ​ສວນ​ຄັ້ງ​ທີ 4 ຂອງ ສ​ປ​ຊ ແລະ ອົງ​ການ​ຫ້າມ​ອາ​ວຸດ​ເຄ​ມີ, ບັນ​ດາ​ກຳ​ລັງ​ທະ​ຫານ​ອຳ​ນາດ​ການ​ປົກ​ຄອງ ຊີ​ຣີ​ໄດ້​ດ​ຳ​ເນີນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາຍ​ພິດ ຢູ່ ເຂດ Qmenas ຂຶ້ນ​ກັບ​ແຂວງ Idlib ໃນ​ວັນ​ທີ 16/3/2015. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ນັກ​ຂ່າວ​ສານ SANA ໄດ້​ຄັດ​ແຫລ່ງ​ຂ່າວ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊີ​ຣີ ໄດ້​ປະ​ຕິ​ເສດ​ບັນ​ດາ​ຄຳ​ກ່າວ​ຫາ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ ປະ​ກາດ​ກ່ຽວ​ກັບ​ເລື່ອງ​ທະ​ຫານ ຊີ​ຣີ ນຳ​ໃຊ້​ທາດ​ເຄ​ມີ​ໃນ​ບັນ​ດາບັ້ນ​​ການ​ທະ​ຫານ. ອົງ​ການນີ້​ໄດ້​ຢືນ​ຢັນ​ວ່າ ບໍ່​ມີ​ພະ​ຍານ​ຫລັກ​ຖານ​ໃດ​ຈະ​ແຈ້ງ​ໃນ​ໝາກ​ຜົນ​ການ​ສືບ​ສວນ​ສອບ​ສວ​ນ​ດັ່ງ​ກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ