ຮົງກົງ (ຈີນ) ຮຽກຮ້ອງເຂົ້າຮ່ວມການລົງທຶນຈາກບັນດາວິສາຫະກິດຫວຽດນາມ

(VOVWORLD) -ຮົງກົງ (ຈີນ) ແມ່ນໜຶ່ງໃນບັນດາສະຖານທີ່ ທີ່ດີເພື່ອໃຫ້ບັນດາວິສາຫະກິດຫວຽດນາມເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຕ່າງປະເທດ. ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນຢູ່ກອງປະຊຸມໂຕະມົນກ່ຽວກັບ ກາລະໂອກາດດໍາເນີນທຸລະກິດຢູ່ ຮົງກົງ (ຈີນ) ສໍາລັບບັນດາວິສາຫະກິດຫວຽດນາມ ຊຶ່ງຈັດຂຶ້ນຢູ່ນະຄອນໂຮ່ຈີມິນ, ໃນວັນທີ 13 ສິງຫາ.

ຮົງກົງ (ຈີນ) ຮຽກຮ້ອງເຂົ້າຮ່ວມການລົງທຶນຈາກບັນດາວິສາຫະກິດຫວຽດນາມ - ảnh 1  ບັນດາຜູ້ແທນແລກປ່ຽນນອກລາຍການກອງປະຊຸມ

(ພາບ:Xuan Anh/TTXVN)

ທ່ານ Stephen Phillips, ຫົວໜ້າກົມສົ່ງເສີມການລົງທຶນ ຮົງກົງ (ຈີນ) ໃຫ້ຮູ້ວ່າ ຮົງກົງ (ຈີນ) ພວມບຸລິມະສິດດຶງດູດການລົງທຶນ ເຂົ້າບັນດາຂົງເຂດ: ການບໍລິການດ້ານການເງິນ, ຜະລິດຕະພັນໃຊ້ສອຍ, ການຂົນສົ່ງ ແລະ ອຸດສາຫະກໍາ, ການທ່ອງທ່ຽວ - ພັດຕະຄານ - ໂຮງແຮມ, ການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ບັນດາຂະແໜງອຸດສາຫະກໍາທີ່ມີຫົວຄິດປະດິດສ້າງ. ສໍາລັບບັນດາບໍລິສັດຫວຽດນາມ ທີ່ຊອກຫາການລົງທຶນຢູ່ຕ່າງປະເທດນັ້ນ, ຮົງກົງ (ຈີນ) ຈະແມ່ນສະຖານທີ່ທີ່ດີ ຍ້ອນສະພາບແວດລ້ອມແຫ່ງການດໍາເນີນທຸລະກິດສາກົນເປັນເຈົ້າການ, ສ້າງຕັ້ງວິສາຫະກິດຢ່າງງ່າຍດາຍ, ພື້ນຖານໂຄງລ່າງທັນສະໄໝ, ພິເສດແມ່ນລະບອບພາສີຢູ່ທີ່ນີ້ ແມ່ນຕໍ່າ ແລະ ງ່າຍດາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ