ຮຸງກາຣີ ມອບວັກຊິນ ແລະ ຊຸດວິໄຈໄວຫາເຊື້ອໄວຣັດໂຄວິດ - 19

(VOVWORLD) - ລັດຖະບານ ຮຸງກາຣີ ຕົກລົງມອບວັກຊິນ Astra Zeneca ຈຳນວນ 100.000 ໂດສ ແລະ ຊຸດວິໄຈໄວຫາເຊື້ອໄວຣັດໃຫ້ແກ່ລັດຖະບານ ຫວຽດນາມ
ຮຸງກາຣີ ມອບວັກຊິນ ແລະ ຊຸດວິໄຈໄວຫາເຊື້ອໄວຣັດໂຄວິດ - 19 - ảnh 1ວັກຊິນ Astra Zeneca
(ພາບ: TTXVN)

ວັນທີ 11 ສິງຫາ, ລັດຖະບານ ຮຸງກາຣີ ຕົກລົງມອບວັກຊິນ Astra Zeneca ຈຳນວນ 100.000 ໂດສ ແລະ ຊຸດວິໄຈໄວຫາເຊື້ອໄວຣັດໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອຮັບມືກັບໂລກລະບາດໂຄວິດ-19. ໃນສະພາບທີ່ໂລກລະບາດສືບຕໍ່ມີບັນດາການຜັນແປຢ່າງສັບສົນ ລັດຖະບານຫວຽດນາມ ໄດ້ກຳນົດວ່າ ເລື່ອງສຳຜັດກັບບັນດາແຫຼ່ງວັກຊິນ ແລະ ສັກວັກຊິນໃນວົງກວ້າງໂດຍໄວ ແມ່ນມາດຕະການແກ້ໄຂສຳຄັນ ແລະ ຮີບດ່ວນໃນປະຈຸບັນ. ເລື່ອງລັດຖະບານ ຮຸງກາຣີ ຕົກລົງໜູນຊ່ວຍວັກຊິນ ແລະ ຊຸດວິໄຈໄວຫາເຊື້ອໄວຣັດໃຫ້ແກ່ຫວຽດນາມ ເປັນການສະແດງໃຫ້ເຫັນການແບ່ງປັນເຊິ່ງກັນ ແລະ ກັນໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ, ຕັດສິນໃຈຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ-19 ໃນທົ່ວໂລກໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ