ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

(VOVWORLD) - ເມື່ອຂ່ຳນັບຮັບຕ້ອນປີມິດຕະພາບ ຫວຽດນາມ - ກຳ ປູເຈຍ 2017 ແລະ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ຕອນຄ່ຳວັນທີ 27 ສິງຫາ, ທີ່ນະຄອນ ບວນມາທ້ວດ, ຄະນະກຳມະການປະຊາຊົນແຂວງ ດັກລັກ
ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ - ảnh 1ລາຍການສະແດງສິລະປະ “ບົດເພງມິດຕະພາບ”  (ພາບ: TTXVN)

ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງມິດຕະພາບ”. ລາຍການພົບປະແລກປ່ຽນສະແດງສິລະປະ “ບົດເພງມິດຕະພາບ” ແມ່ນໂອກາດເພື່ອໃຫ້ແຂວງ ດັກລັກ ແລະ ບັນດາແຂວງ ອັດຕະປື, ເຊກອງ ແລະ ຈຳປາສັກ (ລາວ), ແຂວງ ມົນດູກີຣີ (ກຳປູເຈຍ) ໄດ້ພົບປະ, ແລກປ່ຽນ, ເຂົ້າໃຈຕື່ມອີກກ່ຽວກັບບັນດາຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງ 3 ປະເທດ, ສືບຕໍ່ຮັກສານ້ຳໃຈສາມັກຄີຖານບ້ານໃກ້ເຮືອນຄຽງສະໜິດຕິດພັນ ເຊິ່ງປະຊາຊົນລຸ່ນຕ່າງໆຢູ່ບັນດາແຂວງເຂດຊາຍແດນ 3 ປະເທດ ພ້ອມກັນສາມັກຄີ, ຮັກສາໃຫ້ໝັ້ນຄົງ. ໃນຄ່ຳຄືນສະແດງ, ບັນດານັກສິລະປະໄດ້ສະແດງບັນດາລາຍການເປັນເອກະລັກສະເພາະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ. ກ່ອນໜ້ານັ້ນ ແມ່ນງານແຂ່ງຂັນມິດຕະພາບກິລາບານສົ່ງຊາຍ ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຄ້ອງ ແລະ ເຄື່ອງດົນຕີຊົນເຜົ່າຂອງ 3 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ