ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ

(VOVWORLD) -ຕອນບ່າຍວັນທີ 7 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ ເນື່ອງໃນໂອກາດ ຮ່ວມເດີນທາງພ້ອມກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ
ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ   ແລະ    ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ

      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ເນັ້ນໜັກວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມທະວີ ແລະ ພັດທະນາສາຍພົວພັນທີ່ໄດ້ຮັບການເພີ່ມພຸນຄູນສ້າງ ຈາກການນຳລຸ້ນຕ່າງໆຂອງສອງປະເທດ.

      ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍໃນໄລຍະເຄື່ອນໄຫວນຳໃຊ້ເພື່ອໃຫ້ກິດຈະກຳຫໍສະພາແຫ່ງຊາດ ລາວ ໂດຍຫວຽດນາມຊ່ວຍເຫຼືອກໍ່ສ້າງບັນລຸຄຸນນະພາບດີ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຈະສືບຕໍ່ໜູນຊ່ວຍຝ່າຍລາວ ໃນການເຄື່ອນໄຫວນຳໃຊ້, ບຳລຸງສ້າງ ແລະ ແນະນຳບຸກຄະລາກອນກ່ຽວກັບວິທີ ເພື່ອຮັກສາຄຸນນະພາບ ແລະ ຄວາມປອດໄພໃນໄລຍະເຄື່ອນໄຫວນຳໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ