ຮັບປະກັນການວິໄຈຫາເຊື້ອໂຄວິດ 19 ເມື່ອສະພາບການໂລກລະບາດຜັນແປສັບສົນຂຶ້ນຕື່ມ

(VOVWORLD) - ຫວຽດນາມສາມາດຍົກສະມັດຕະພາບຂຶ້ນ ແລະເປີດກວ້າງຫ້ອງວິໄຈເພື່ອຕອບສະຫນອງຄວາມຕ້ອງການທີ່ຈຳເປັນກ່ຽວຂ້ອງເຖິງວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19.

ຮັບປະກັນການວິໄຈຫາເຊື້ອໂຄວິດ 19 ເມື່ອສະພາບການໂລກລະບາດຜັນແປສັບສົນຂຶ້ນຕື່ມ - ảnh 1ຊຸດ Kit ຫາເຊື້ອ ທົດລອງຢູ່ ໂຮງໝໍສູນກາງ ທາຍງວຽນ
ພາບ: ສຳນັກຂ່າວສານຫວຽດນາມ

ວັນທີ 14 ພຶດສະພາ, ທີ່ກອງປະຊຸມອອນລາຍ ແນະນຳການຜັນຂະຫຍາຍການວິໄຈຫາເຊື້ອ SARS –Cov- 2 ໂດຍມີການເຂົ້າຮ່ຍວມຂອງບັນດາຫົວຫນ່ວຍຂຶ້ນກັບກະຊວງສາທາລະນະສຸກ, ພະແນກສາທາລະນະສຸກ 63 ແຂວງ, ນະຄອນ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມເຈີນວັນທວນ ຖືວ່າ: ຄວນສ້າງແຜນການວິໄຈຫາເຊື້ອຢ່າງລະອຽດໃນສະພາບຖ້າຫາກທົ່ວປະເທດມີ 30.000 ຄົນຕິດເຊື້ອ. ມາຮອດປະຈຸບັນ ຫວຽດນາມມີເຕັກນິກວິໄຈຢ່າງພຽງພໍເພື່ອຄົ້ນພົບ, ວິໄຈກວດຫາເຊື້ອ SARS –Cov- 2 ແລະສະມັດຕະພາບການວິໄຈອາດຈະບັນລຸປະມານ 100.000 ຢ່າງ/ມື້.

ຕາມຜູ້ຕາງຫນ້າຂອງອົງການອະນາໄມໂລກ ປະຈຳຫວຽດນາມແລ້ວ, ຫວຽດນາມສາມາດຍົກສະມັດຕະພາບຂຶ້ນ ແລະເປີດກວ້າງຫ້ອງວິໄຈເພື່ອຕອບສະຫນອງຄວາມຕ້ອງການທີ່ຈຳເປັນກ່ຽວຂ້ອງເຖິງວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ