ຮັບປະກັນສິດຜົນປະໂຫຍດທັງໝົດໃຫ້ພົນລະເມືອງເມື່ອຜັນຂະຫຍາຍການສະໜອງລະຫັດສ່ວນຕົວ

ຮັບປະກັນສິດຜົນປະໂຫຍດທັງໝົດໃຫ້ພົນລະເມືອງເມື່ອຜັນຂະຫຍາຍການສະໜອງລະຫັດສ່ວນຕົວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 09/02, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຜນ​ຮ່າງ​ສັງ​ລວມຫັນເປັນ​ງ່າຍ​ດ່າຍ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​, ໜັງ​ສື​ພົນ​ລະ​ເມືອງ ແລະ ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊ​າດ​ກ່ຽວ​ກັບ​ການ​ປະ​ຊຸມ​ຂອງພົນ​ລະ​ເມືອງ​ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ເຄື່ອນ​ໄຫວ​ປີ 2017 ແລະ ປັບ​ປຸງ​ຄະ​ນະ​ຊີ້​ນຳ​ໃຫ້​ສົມ​ບູນ​ແບບ. ຢ​ູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ສະ​ເໜີ​ໃຫ້​ກະ​ຊວງ​ຕຳ​ຫຼວດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສຸມ​ແຫຼ່ງ​ກຳ​ລັງ​ເພື່ອກ​ໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ​ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ພົນ​ລະ​ເມືອງ, ຍ້ອ​ນ​ຮາກ​ຖານ​ຂໍ້​ມູນນີ້ບໍ່​ພ​ຽງ​ແຕ່​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ແຜນ​ຮ່າງ​ເທົ່າ​ນັ້ນ, ຫາກນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ​ໃນ​ການ​ຮັບ​ປະ​ກັນ​ເງື່ອນ​ໄຂ​ປະ​ຕິ​ບັດ​ກົດ​ໝາຍ 2 ສະ​ບັບ​ແມ່ນກົ​ດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວພົນ​ລ​ະ​ເມືອງ ແລະ ສຳ​ມະ​ໂນ​ພົນ​ລ​ະ​ເມືອງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີກ​ໍ​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ຕຳ​ຫຼວດ ແລະ ຍຸ​ຕິ​ທຳສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະ​ຕິ​ບັດ, ເສີມ​ຂະ​ຫຍາຍ, ເປີດກວ້າງ​ຈຳ​ນວນ​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ການ​ສະ​ໜອງ​ລະ​ຫັດສ່ວນ​ຕົວຮັບ​ປະ​ກັນ​ບັນ​ດາ​ຂໍ້​ມູນ​ຂອງ​ພົນ​ລະ​ເມືອງ​ໄດ້​ເກັບ​ກຳ​ຢ່າງ​ຊັດ​ເຈນ, ລະ​ຫັດສ່ວນ​ຕົວ​ໄດ້​ຮັບ​ສະ​ໜອງ​ຕາມ​ຂັ້ນ​ຕອນວິ​ທະ​ຍາ​ສາດ ແລະ ຖືກ​ຕາມ​ຂໍ​ກຳ​ນົດ.


ຂ່າວ/ບົດ​ອື່ນ