ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຮ່ວມເວທີປາໄສເສດຖະກິດ WEF-ອາຊຽນ

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຮ່ວມເວທີປາໄສເສດຖະກິດ WEF-ອາຊຽນ - ảnh 1
ທ່ານ ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ

(vovworld) - ຕອນ​ບ່າຍ​ວັນ​ທີ 31/5, ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ​ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ​ໄດ້​ເດີນທາງ​ໄປ ມາ​ເລ​ເຊຍເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ WEF- ອາ​ຊຽນ​ໃນ​ສະພາບ​ທີ່​ປະຊາ​ຄົມ​ເສດຖະກິດ ອາ​ຊຽນຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ພາກ​ພື້ນ​ນັບ​ມື້​ນັບ​ເລິກ​ເຊິ​ງ, ກວ້າງຂວາງ. ກອງ​ປະຊຸມ WEF- ອາ​ຊຽນ 2016 ມີ​ຫົວ​ຂໍ້​ວ່າ: “ກຳນົດ​ແຜນ​ດຳ​ເນີນ​ງານ​ອາ​ຊຽນກ່ຽວ​ກັບ​ການ​ເຕີບ​ໂຕ ​ແລະ ບັນຫາ​ທົ່ວ​ໄປ “ ດ້ວຍ​ບັນດາ​ຈຸດ​ສຸມ​ເຊັ່ນ: ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ບັນຫາ​ທົ່ວ​ໄປ​ໃນ​ສັງຄົມ; ​ເປັນ​ເຈົ້າ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

        ທ່ານ ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ​ຈະ​ເຂົ້າ​ຮ່ວມ ​ແລະ ປະກອບ​ຄຳ​ເຫັນ​ທີ່​ວາລະ​ໄຂ ກອງ​ປະຊຸມ WEF- ອາ​ຊຽນ 2016. ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຂອງ​ບັນດາ​ການ​ນຳກ່ຽວ​ກັບ “ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ຂອງ​ອາ​ຊຽນ“, ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ລົງທຶນ​ໃຫ້​ອະນາຄົດ​ພະລັງງານ​ຂອງ​ອາ​ຊຽນ. ຄຽງ​ຂ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ດັ່ງກ່າວ, ຄາດ​ວ່າ, ທ່ານ ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ​ຈະ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ເຊັ່ນ​ພົບ​ປະ​ກັບ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ, ຕ້ອນຮັບ​ທ່ານ​ຮອງ​ປະທານ​ທະນາຄານ​ພັດທະນາ​ອາຊີ; ພົບ​ປະ​ເຈລະຈາ​ກັບ​ທ່ານນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ