ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ພົບປະສອງຝ່າຍຢູ່ນອກAPEC

(VOVWORLD) - ທີ່ການພົບປະ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Tara Kono ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ພົບປະສອງຝ່າຍຢູ່ນອກAPEC - ảnh 1ທ່ານ Tara Kono ແລະ ທ່ານ ຟ້າມບີ່ງມິງ 

ຢູ່ນອກບັນດາກອງປະຊຸມໃນຂອບເຂດສັບປະດາຂັ້ນສູງ APEC ຢູ່ນະຄອນ ດ່າໜັງ, ໃນວັນທີ 07 ພະຈິກ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະກັບ ທ່ານ Tara Kono ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ຕ້ອນຮັບ ທ່ານ Philipp Roesler, ຜູ້ອຳນວຍການບໍລິຫານເວທີປາໄສເສດຖະກິດໂລກ (WEF).

        ທີ່ການພົບປະ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Tara Kono ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືທີ່ບັນດາເວທີປາໄສຢ່າງແໜ້ນແຟ້ນ. ທ່ານ ລັດຖະມົນຕີ Tara Kono ຕີລາຄາສູງຄວາມມານະພະຍາຍາມ, ຂໍ້ລິເລີ່ມກໍ່ຄືບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຈັດຕັ້ງ ສັບປະດາຂັ້ນສູງ APEC ແລະ ປີ APEC 2017 ແລະ ຢືນຢັນວ່າ ຍີ່ປຸ່ນ ຈະຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017.

        ໃນວັນດຽວກັນ, ເມື່ອແລກປ່ຽນກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ທ່ານ ຜູ້ອຳນວຍການບໍລິຫານເວທີປາໄສເສດຖະກິດໂລກ (WEF) Philipp Roesler ໃຫ້ຮູ້ວ່າ: ເວທີປາໄສເສດຖະກິດໂລກ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໃຫ້ຄຳປຶກສາດ້ນນະໂຍບາຍ ກໍ່ຄືໜູນຊ່ວຍ ຫວຽດນາມ ເຊື່ອມຕໍ່ກັບບັນດາກຸ່ມບໍລິສັດແຖວໜ້າໃນໂລກແມ່ນສະມາຊິກເວທີປາໄສເສດຖະກິດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ