ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂກ ຢ້ຽມຢາມ ເຫ້ວ

(VOVWORLD) -  ສືບຕໍ່ເອົາໃຈໃສ່, ໜູນຊ່ວຍແຂວງໃນການແນະນຳໃຫ້ບັນດາວິສາຫະກິດ ສິງກະໂປ ມາຄົ້ນຄວ້າ, ສຳຫລວດ, ຊອກຫາກາລະໂອກາດລົງທຶນຢູ່ແຂວງ ເທື່ອທຽນເຫ້ວ.
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂກ ຢ້ຽມຢາມ ເຫ້ວ - ảnh 1ທ່ານ ແຊວຈູຊ໊ຽນ  ແລະ ທ່ານ ເລເຈື່ອງລືວ

ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ, ຕອນບ່າຍວັນທີ 23 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ແຊວຈູຊ໊ຽນ ໄດ້ໄປຢ້ຽມຢາມແຂວງ ເທື່ອທຽນເຫ້ວ.

        ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ແຊວຈູຊ໊ຽນ, ທ່ານ ເລເຈື່ອງລືວ, ເລຂາພັກແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ: ເທື່ອທຽນເຫ້ວ ມີ 4 ໂຄງການຂອງບັນດານັກລົງທຶນ ສິງກະໂປ, ດ້ວຍຄວາມປາດຖະໜາວ່າ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍແຂວງໃນການແນະນຳໃຫ້ບັນດາວິສາຫະກິດ ສິງກະໂປ ມາຄົ້ນຄວ້າ, ສຳຫລວດ, ຊອກຫາກາລະໂອກາດລົງທຶນຢູ່ແຂວງ ເທື່ອທຽນເຫ້ວ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ແຊວຈູຊ໊ຽນ ໄດ້ສະແດງຄວາມພາກພູມໃຈເມື່ອເປັນຄັ້ງທຳອິດໄປຢ້ຽມຢາມ ເຫ້ວ, ພ້ອມທັງຖືວ່າ ເຫ້ວ ແມ່ນເຂດດິນແດນມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຫລາຍແຫ່ງ… ດຶງດູດແຂກທ່ອງທ່ຽວສາກົນເປັນຈຳນວນຫລວງຫລາຍ, ໃນນັ້ນ ມີສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ