ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕ້ອນຮັບທ່ານ ຮອງເລຂາທິການໃຫຍ່ສະຫະປະຊາຊາດ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕ້ອນຮັບທ່ານ ຮອງເລຂາທິການໃຫຍ່ສະຫະປະຊາຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນຟຸ໋ກ
​ຕ້ອນຮັບ​ທ່ານ Yury Fedotov, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 4/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Yury Fedotov, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ຜູ້ອຳນວຍການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ ວຽນ (​ໂອ​ຕຣິດ), ຜູ້ອຳນວຍການ​ບໍລິຫານ​​ອົງການ​ປ້ອງ​ກັນ, ຕ້ານ​ຢາ​​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ (UNODC), ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນຟຸ໋ກ ​ໃຫ້​ຮູ້​ວ່າ; ຫວຽດນາມ ​ໄດ້​ປັບປຸງສຳ​ເລັດ​ລະບົບ​ພື້ນຖານ​ດ້ານ​ກົດໝາຍ, ສ້າງ​ບັນດາ​ຍຸດ​ທະ​ສາດ, ​ໂຄງການ​ໄລຍະ​ຍາວ, ສ້າງ​ຕັ້ງ​ລະບົບ​ອົງການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ​ເພີ​ມທະວີ ​ແລະ ຍົກ​ສູງ​ຄວາມ​ສາມາດ​ໃນການ​ປະຕິບັດ​ກົດໝາຍ. ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ​ໄດ້​ສະ​ເໜີ​ໃຫ້​ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ​ ສືບ​ຕໍ່​ສົມ​ທົບ​ກັບ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ຜັນ​ຂະຫຍາຍການ​ປະຕິບັດ​​ແຜນການ​ລວມ​​ໄລຍະ 2012 – 2016 ​​ແລະ ບັນດາ​ໂຄງການ​ແຫ່ງ​ຊາດ​ໃນ​ແຕ່ລະ​ຂົງ​ເຂດ​ຮ່ວມ​ມືໃຫ້ສຳ​ເລັດຜົນ.

        ​ທ່ານ Yury Fedotov, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ເນັ້ນ​ໜັກ​ວ່າ; ລັດຖະບານ​ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​​ເຂົ້າ​ໃນ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ດ້ວຍ​ບັນດາ​ມາດ​ຕະຖານ​ທີ່​ຕັ້ງໜ້າ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ​ ​ແລະ ຮ່ວມ​ມື​ກັບຫວຽດນາມ ​ໃນ​ພາລະກິດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ຢາ​ເສບ​ຕິດ.

ຂ່າວ/ບົດ​ອື່ນ