ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກິຕິມະສັກສະພາທະນາຍຄວາມປະຊາທິປະໄຕສາກົນ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກິຕິມະສັກສະພາທະນາຍຄວາມປະຊາທິປະໄຕສາກົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ອະດີດ​ປະທານ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ
(ພາບ: chinhphu.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 11/06, ທີ່​ການ​ຕ້ອນຮັບ​ທ່ານ Jitendra Sharma, ກຳ​ມະການ​ຄະນະ​ປະຈຳ, ປະທານ​ກິ​ຕິ​ມະ​ສັກ, ອະດີດ​ປະທານ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຫງວຽນ​ຊວນ​ຟຸກ ໄດ້​ຂອບ​ໃຈ​ສະພາ​ທະນາຍຄວາມປະຊາທິປະ​ໄຕ​ສາກົນ​ເວົ້າ​ລວມ ​ແລະ ທ່ານ Jitendra Sharma ​ເວົ້າ​ສະ​ເພາະ ທີ່​ໄດ້​ອອກ​ສຽງ​ສະໜັບສະໜູນ​ຫວຽດນາມ ຕໍ່​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ການ​ສະໜັບສະໜູນ​ຂອງ​ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ ​ໄດ້​ປະກອບສ່ວນ​ສຳຄັນ​​​ຊ່ວຍ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຫອມ​ສັນຕິພາບ​ ​ແລະ ພື້ນຖານ​ດ້ານ​ກົດໝາຍ​ຢ່າງ​ໝັ້ນຄົງຂອງ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດຊາດ, ປົກ​ປ້ອງ​ຄວາມ​ເປັນ​ທຳ​ກວ່າ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຫງວຽນ​ຊວນ​ຟຸກ ຫວັງ​ວ່າ ສະພາ​ທະນາຍຄວາມ​ປະຊາທິປະ​ໄຕສາກົນ ສືບ​ຕໍ່​ມີ​ບັນດາ​ການ​ສະໜັບສະໜູນ​ຫວຽດນາມ ປະຕິບັດ​ບາດກ້າວ​ຕໍ່​ໄປ​ໃນ​ຂອບ​ເຂດ​ກົດໝາຍ​ສາກົນຢ່າງ​ຕັ້ງ​ໜ້າ ​ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ກໍ່​ຄື​ໃນ​ພາລະກິດ​ຕໍ່ສູ້​ເພື່ອ​ຄວາມ​ຍຸຕິ​ທຳ ​ແລະ ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ