ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Semjen Zsolt
(ພາບ: VGP/Từ Lương)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/7, ຢູ່​ນະຄອນຫຼວງ Budapest, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ພວມ​ຢູ່​ຢ້ຽມຢາມ ຮູ​ງກາຣີ ​ແຕ່​ວັນ​ທີ 27 – 31/7 ຢ່າງ​ເປັນ​ທາງ​ການ, ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Semjen Zsolt. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ສົ່ງ​ເສີມການ​ຮ່ວມ​ມື​ດ້ານ​ວັດທະນະທຳ​, ​ໃຫ້ບຸລິມະສິດ​ຊອກ​ຫາ​ມາດ​ຕະການ​ຊຸກຍູ້​ການ​ປະຕິບັດ​ບັນດາ​ໂຄງການ​ນຳ​ໃຊ້​ທຶນ ODA, ທະວີ​ຄູນ​ຮູບ​ແບບ​ຮ່ວມ​ມື​ໃນ​ຂົງ​ເຂດ​ລົງທຶນ​ນຳ​ໃຊ້​ທຶນ FDI ​ເຊິ່ງ ຮູ​ງກາ​ຣີ ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນວ່າ ຫວຽດນາມ ພ້ອມ​ແລ້ວ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຮູ​ງກາຣີ ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Semjen Zsolt ຢືນຢັນ: ລັດຖະບານ ຮູ​ງກາ​ຣີ ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​​ໃຫ້ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຮູ​ງກາຣີ ຢູ່​ອາ​ໄສຢູ່​ຢ່າງ​ເປັນ​ປົກກະ​ຕິ ​ແລະ ດຳ​ເນີນ​ທຸລະ​ກິດ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ 2 ປະ​ເທດຢູ່​ທີ່​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສສາກົນ​ອື່ນໆ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ  ​ແລ​ະ ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Semjen Zsolt ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໂຄງການ​ແລກປ່ຽນ​ລະຫວ່າງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ແຫຼ່ງ​ຊັບພະຍາກອນ​ມະນຸດ ຮູ​ງກາຣີ ​ໄລຍະ 2013 – 2015. ​ແລະ​ກໍ່​ໃນ​ຕອນ​ບ່າຍຂອງ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Paks ຢູ່​ນະຄອນ Paks.

ຂ່າວ/ບົດ​ອື່ນ