ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຫວຽດນາມ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຫວຽດນາມ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຈິ້ງ​ດິ່ງ​ຢຸງ ຕ້ອນ​ຮັບ​
ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພັນ​ລັດ​ເຊຍ​ປະ​ຈຳ​ຫວຽດ​ນາມ)

(vovworld) - ທີ່​ການ​ຕ້ອນ​ຮັບ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພັນ​ລັດ​ເຊຍ​ປະ​ຈຳ​ຫວຽດ​ນາມ Konstantin Vnukov, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ໃນ​ຕອນບ​່າຍ​ວັນ​ທີ 30/08, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກ​ໍ​ຄື​ສະ​ຖານ​ທ​ູດ​ສະ​ຫະ​ພັນ​ລັດ​ເຊຍ ປະ​ຈຳ​ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍ​າຍ​ບັນ​ດາ​​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ວ່າ, ປະ​ຈ​ຸ​ບັນ ການ​ພົວ​ພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ໂດຍ​ອີງ​ໃສ່ພື້ນ​ຖານແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ. ການ​ພົວ​ພັນ​ດ້ານ​ການ​ເມືອງ​ໄດ້​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນ​ລຸ 1,3 ຕື້ USD, ເພີ່ມ​ຂຶ້ນ 40% ໃນ 6 ເດືອນ​ຕົ້ນ​ປີ 2016. ພິ​ເສດ​ແມ່ນບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ໃຫ​້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ​ສະ​ຫະ​ພັ​ນ​ເສດ​ຖະ​ກິດ​ອາ​ຊ​ີ - ເອີ​ລົບ ແລະ ເລີ່ມ​ມີ​​ຜົນ​ສັກ​ສິດ​ນັບ​ແຕ່​ເດືອນ 10 ປີ 2016. ດ້ວຍ​ສັນ​ຍານີ້, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ການ​ເປີດກວ້າງ.

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Konstantin Vnukov ໃຫ້​ຮູ້​ວ່າ, ເຖິງວ່າ​ສັນ​ຍາ​ການ​ຄ້າ FTA ຫວຽດ​ນາມ - ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ຍັງ​ບໍ່​ທັນ​ມີ​​ຜົນ​ສັກ​ສິດກໍ່​ຕາມ, ແຕ່ນີ້​ຈະ​ແມ່ນ​ຂອບ​ເຂດ​ຮ່ວມ​ມື​​ສຳ​ຄັນພິ​ເສດ​ສຳ​ລັບ​ທຸກໆ​ປະ​ເທດ​ສະ​ມາ​ຊິກ.

ຂ່າວ/ບົດ​ອື່ນ