ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເຈົ້າຊາຍແຄ້ວນ York

(VOVWORLD) -ທີ່ການຕ້ອນຮັບເຈົ້າຊາຍແຄ້ວນ York, ປະເທດອັງກິດ Andrew Christian Edward ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເຈົ້າຊາຍແຄ້ວນ York - ảnh 1 (ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເຈົ້າຊາຍແຄ້ວນ York, 

Andrew Christian Edward)

ເນື່ອງໃນໂອກາດຫວຽດນາມ ແລະ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ວັນທີ 04 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຂອງເຈົ້າຊາຍ Andrew ຈະສ້າງກຳລັງໜູນໃໝ່ ເພື່ອໃຫ້ 2 ຝ່າຍຂຸດຄົ້ນບັນດາທ່າແຮງຄວາມສາມາດບົ່ມຊ້ອນ ເພື່ອເພີ່ມເຕີມໃຫ້ກັນ.

        ເພື່ອໃຫ້ການຮ່ວມມືກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ອັງກິດ ແລະ ໃນນາມສ່ວນຕົວຂອງເຈົ້າຊາຍເອງ, ຂົນຂວາຍວົງການວິສາຫະກິດອັງກິດ ຍູ້ແຮງການລົງທຶນເຂົ້າຫວຽດນາມ; ຂົນຂວາຍລັດຖະບານ, ບັນດາຄູ່ຮ່ວມມືຂອງອັງກິດ ມາຮ່ວມມືລົງທຶນ, ພັດທະນາໂຄງການມະຫາວິທະຍາໄລຫວຽດນາມ - ອັງກິດ ຢູ່ດ່ານັ້ງ; ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດການເງິນ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ…

        ສ່ວນເຈົ້າຊາຍ Andrew ປາດຖະໜາວ່າ, ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນອັງກິດ ດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ ແລະ ຢືນຢັນເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນການເລີ່ມຕົ້ນທຸລະກິດ, ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ