ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງຊາວເຜົ່າສ່ວນໜ້ອຍແຂວງລ້າງເຊີນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງຊາວເຜົ່າສ່ວນໜ້ອຍແຂວງລ້າງເຊີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ຊາວ​ເຜົ່າ​ຊ່ວນໜ້ອຍ​ແຂວງ​ລ້າງ​ເຊີນ
(ພາບ: chinhphu.vn)


​(vovworld) - ຕອນ​ບ່າຍ​ວັນ​ທີ 29/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ຊາວ​ເຜົ່າ​ຊ່ວນໜ້ອຍ​ແຂວງ​ລ້າງ​ເຊີນ, ​ເນື່ອງ​ໃນໂອກາດຄະນະມາຢ້ຽມຢາມຮ່າ​ໂນ້ຍ ​ແລະ ​ໄປ​ຖອດ​ຖອນ​ບົດຮຽນ​ຢູ່​ບາງ​ທ້ອງ​ຖິ່ນ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ, ອຳນາດ​ການ​ປົກຄອງ​ແຂວງລ້າງ​ເຊີນ ສືບ​ຕໍ​ເອົາ​ໃຈ​ໃສ່, ລະດົມ​ກຳລັງ​ໃຈ ​ແລະ ຍ້ອງຍໍຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ຢ່າງ​ທັນ​ການ; ປະຕິບັດ​ບັນດາ​ລະບອບ, ນະ​ໂຍບາຍຂອງ​ພັກ, ລັດ ທີ່​ມີ​ຕໍ່​ຊາວເຜົ່າ​ສ່ວນ​ໜ້ອຍ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ສຳລັບ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃຫ້​ເປັນ​ຢ່າງ​ດີ; ປາດ​ຖະໜາ​ວ່າ, ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ​ລ້າງ​ເຊີນ ສືບ​ຕໍ່​ທະວີ​ຄຸນ ​ແລະ ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ, ອິດທິພົນຊື່​ສຽງ​ຂອງຕົນ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ເປັນ​ຢ່າງ​ດີກ​ວ່າ​ອີກ…

ຂ່າວ/ບົດ​ອື່ນ