ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງສປປລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງສປປລາວ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງສປປລາວ)

(vovworld) –​ ຕອນ​ບ່າຍ​ວັ​ນ​ທີ 26/12, ຢູ່​ນະ​ຄອ​ນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ເນື່ອ​ງ​ໃນ​ໂອ​ກາດ​ເປັນ​ປະ​ທານ​ຮ່ອມກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າ​ງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວ​ມ​ມື 2 ຝ່າຍ​ຫວຽດ​ນາ​ມ - ລາວ, ລາວ - ຫວຽດ​ນາມ, ທ່ານ ຫງວຽນ​ຊວນ​ຟຸກ, ກ​ຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ. ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຢືນ​ຢັນ​ວ່າ, ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດ​ນາມ ຍາມ​ໃດ​ກໍ​ສະ​ໜັບ​ສະ​ໜູນ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ່ວຍ​ລາວ ຮັບ​ບົດ​ບາດໜ້າ​ທີ່ເປັນ​ປະ​ທານ​ອາ​ຊຽນ ປີ 2016 ບັນ​ລຸ​ຜົນ​ສຳ​ເລັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ແຈ້ງ​ໃຫ້​​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ລາວ ຮັບ​ຊາບກ່ຽວ​ກັບ​ສະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື 2 ປະ​ເທດ​ໃນ​ປີ 2015 ແລະ ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ່ທີ່ 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ທີ່​ກອງ​ປະ​ຊຸ​ມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່​ຽ​ວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ, ​ຕີລາ​ຄາ​ກ່ຽວ​ກັບ​ສະ​ພາບ​ປະ​ຕິ​ບັດ​ສັນ​ຍາ​ຮ່ວມ​ມື​ຫວຽດ​ນາມ - ລາວ ໄລ​ຍະ 2011 – 2015, ວາງ​ອອກ​ທິດ​ທາງ​ໜ້າ​ທີ່​ຮ່ວມ​ມື​ໃຫ້​ໄລ​ຍະ 2016 – 2020.

      ສ່ວນ​ບັນ​ດາ​ການ​ນຳ​ຂອງ​ສ​ປ​ປ​ລາວ​ ຢືນ​ຢັນ​ວ່າ, ພັກ, ລັດ​ລາວ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ​ຂອງ 2 ຄະ​ນະ​ກຳ​ມະ​ການ 2 ປະ​ເທດ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄັ້ງ​ນີ້ ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແຮງ. ການ​ນຳ​ລາວ ສະ​ເໜີ​ໃຫ້ 2 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຕັ້ງ​ໜ້າ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແນ​ງ​ການ, ທ່ອງ​ຖິ່ນ 2 ປະ​ເທດ ຜັ​ນ​ຂະ​ຫຍາຍ​ບັນ​ດາ​​ສັນ​ຍາ, ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຂຸດ​ຄົ້ນ ແລະ ເສີມ​ຂະ​ຫຍາຍ​ບັນ​ດາທ່າ​ແຮງ, ຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ​​ຮ່ວມ​ມືຂອງ​ແຕ່​ລະ​ປະ​ເທດ​ເປັນ​ຢ່າງ​ດີ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ.

      ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໄປ​ຢ້ຽມ​ຢາມ ແລະ ໂ​ອ​້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ.

ຂ່າວ/ບົດ​ອື່ນ