ຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຢ້ຽມຢາມQatarຢ່າງເປັນທາງການ

ຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຢ້ຽມຢາມQatarຢ່າງເປັນທາງການ - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ Qatar ແລະ
ທ່ານ​​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
(ພາບ: VGP/Lê Sơn)

(vovworld) - ວັນ​ທີ 14/12, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ Qatar ຢ່າງ​ເປັນ​ທາງ​ການ, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ນາຍົກລັດຖະມົນຕີ Qatar Sheikh Abdullah Bin Nasser Bin Khalifa Al Thani. ທ່ານ​​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ຫວຽດນາມ ຍາມ​ໃດກໍ່​ຖື​ເປັນ​ສຳຄັນການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຫຼາຍດ້ານ​ກັບ Qatar. ທ່ານ​​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ​ໃນບັນດາ​ບັນຫາ​​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ Qatar Sheikh Abdullah Bin Nasser Bin Khalifa Al Thani ຢືນຢັນ​ວ່າ: Qatar ຖື​ເປັນ​ສຳຄັນ​ການ​ພັດ​ທະ​ນາ​ການພົວພັນມິດຕະພາບ, ການ​ຮ່ວມ​ມື​ຫຼາຍດ້ານ​ກັບ​ ຫວຽດນາມ ​ແລະ ຈະ​ຊີ້​ນຳ​ໃຫ້​ກະຊວງ​, ຂະ​ແໜງ​ການຕ່າງໆຂອງ Qatar ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຕ່າງໆ, ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ,  ພິ​ເສດ​ແມ່ນ​​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ ​ແລະ ການທ່ອງທ່ຽວ. ທ່ານ​ນາຍົກລັດຖະມົນຕີ Qatar ​ໄດ້​ຮັບ​ຄຳ​ເຊີນ​ຈະ​ມາຢ້ຽມຢາມ ຫວຽດນາມ​ໃນ​ເວລາ​ທີ່​ເໝາະ​ສົມ.

   ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຈລະຈາ ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Qatar Ahmed Bin Zaid Al Mahmoud. 2 ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນດາຄະນະຜູ້​ແທນຂັ້ນ​ສູງ. 2 ຝ່າຍ ຢັ້ງຢືນ​​ຈະ​ສືບ​ຕໍ່​ສົມທົບ​ກັນ ​ແລະ ສະໜັບ​ສະ​ໜູນ ​ເຊິ່ງກັນ ​ແລະ ກັນ​ໃນ​​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫຼາຍຝ່າຍ. ຝ່າຍ Qatar ຢືນຢັນ​ວ່າ: ຈະ ຕັ້ງໜ້າ​ພິຈາລະ​ນາ​ກ່ຽວ​ກັບ​​ການ​ສະໜັບສະໜູນ ຫວຽດນາມ ຮັບ​ສະໝັກ​ເລືອກ​ຕັ້ງເຂົ້າ​​ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ດ້ານ​ເສດຖະກິດ, 2 ຝ່າຍ​ຢືນຢັນຈະ​ຕັດສິນ​ໃຈ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ 1 ຕື້ USD ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກົດໝາຍ ລະຫວ່າງ 2 ກະຊວງຍຸຕິ​ທຳ.

ຂ່າວ/ບົດ​ອື່ນ