ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເປັນປະທານກອງປະຊຸມຕີລາຄາກ່ຽວກັບໝາກຜົນການຄວບຄຸມໄພເງິນເຟີ້

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເປັນປະທານກອງປະຊຸມຕີລາຄາກ່ຽວກັບໝາກຜົນການຄວບຄຸມໄພເງິນເຟີ້ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ
(ພາບປະ​ກອບ)

(vovworld) –  ​​ຕອນ​ບ່າ​ຍ​ວັນ​ທີ 19/10, ຢູ່​ຫ້ອງວ່າ​ການ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັ​ບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ​ເວົ້າ​ລວມ ແລະ​ ການ​ບໍ​ລິ​ຫານ​ສິນ​ຄ້າ​ບາງ​ປະ​ເພດ​ຢ່າງ​ລະ​ອຽດ​ໃນ 9 ເດືອນ​ປີ 2016, ກຳ​ນົດ​ທິດ​ການ​ບໍ​ລິ​ຫານ​ໃນ 3 ເດືອນ​ທ້າຍ​ປີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຊີ້​ແຈ້ງບ​ັນ​ດາ​ໝວດ​ສາຍ​ເຫດ​​ທີ່​ກະ​ທົບ​ເຖິງກ​ານ​ເພີ່ມ - ຫລຸດ​ຜ່ອນ​ດັດ​ຊະ​ນີ​ຄ່າ​ໃຊ້​ສອຍ​ທົ່ວ​ປະ​ເທດ​ໃນ 9 ເດືອນ​ຂອງ​ປີ 2016, ຜ່ານນັ້ນ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ດ້ວຍ​ຈິດ​ໃຈ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ດ້ວຍ​ຈິດ​ໃຈ​ຕັດ​ສິນ​ໃຈ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ກ່​ວາ 5% ຕາມ​ຄາດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອ​ກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ, ສຳ​ລັບ​ນະ​ໂຍ​ບາຍ​ເງິນ​ຕາ​ທະ​ນາ​ຄານ​ແຫ່ງ​ລັດ​ຕ້ອງ​ບໍ​ລິ​ຫານ​​ເພື່ອຮັກ​ສາ​​ອັດ​ຕາ​ໄພ​ເງິນ​ເຟີ້​ພື້ນ​ຖານ​ແຕ່ 1,8% - 2%, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຕັ້ງ​ໜ້າ​ເພື່ອ​ຫລຸດ​ຜ່ອນດອກ​ເບ້ຍ​ກູ້​ຢືມ. ເພື່​ອ​​ຈຳ​ກັດ​​ການ​ເພີ່ມ​ລາ​ຄາ​ໃນ​ໄລ​ຍະ​ທ້າຍ​ປີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ມີ​ວິ​ທີ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽ​ມ​ສິນ​ຄ້າ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​ພິດ, ປອດ​ໄພ, ຜັນ​ຂະ​ຫຍາຍ​ລາຍ​ການ​ຮັບ​ປະ​ກັນ​ລາ​ຄາ​ຕະຫຼາດ​ເປັນ​ປົກ​ກະ​ຕິເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ​ໃນ​​ໂອ​ກາດ​ງານ, ບຸນ​ຕ່າງໆ.


ຂ່າວ/ບົດ​ອື່ນ