ຮອງປະທານປະເທດຫງວຽນທິຢວານພົບປະກັບເດັກທີ່ປະສົບກັບຄວາມຫຍຸ້ງຍາກທົ່ວປະເທດ

ຮອງປະທານປະເທດຫງວຽນທິຢວານພົບປະກັບເດັກທີ່ປະສົບກັບຄວາມຫຍຸ້ງຍາກທົ່ວປະເທດ - ảnh 1
(ທີ່ການພົບ​ປະ​ກັບ​ເດັກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທົ່ວ​ປະ​ເທດ)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 28/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽ​ດນາມ ຫງວຽນ​ທິຢວານ ​ໄດ້​ພົບ​ປະ​ ​ແລະ ລະດົມ​ກຳລັງ​ໃຈ​ເດັກ​ທີ່​ດີ​ເດັ່ນ 55 ຄົນ​ຂອງ 11 ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ເນື່ອງ​ໃນ​ໂອກາດ​ວັນ​ເດັກ​ສາກົນ (01/6). ນີ້​ແມ່ນ​ບັນດາ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກທຸກ​ຍາກຮຽນ​ເກັ່ງ ​​ໄດ້ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ ​ເພື່ອ​ກາຍ​ເປັນລູກຄຳ​ຮູ້​, ນັກຮຽນ​ເກັ່ງທີ່​ມີ​ຜົນງານ​ສູງ​ໃນ​ການ​ຮຳ່ຮຽນ. ທ່ານ​ນາງຮອງ​ປະທານ​ປະ​ເທ​ດຫວຽດນາມ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ: ບັນດາ​ເດັກ​ຈົ່ງສູ້​ຊົນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ ​ເພື່ອ​ກາຍ​ເປັນ​ເຈົ້າຂອງ​​​ປະ​ເທດ​ຊາດໃນ​ອະນາຄົດ. ທ່ານ​ນາງຮອງປະທານ​ປະ​ເທດ​ຫວຽດນາມ ສະ​ເໜີ​ບັນດາ​ຂະ​ແໜງການຂັ້ນ​ຕ່າງໆຄວນ​ສືບ​ຕໍ່ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ; ​ໂຄສະນາ​ເຜີຍ​ແຜ່,​ ຂົນຂວາຍຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ບັນດາ​ພໍ່​ແມ່​ນັກຮຽນ ​ເພື່ອ​ພ້ອມ​ກັບ​ໂຮງຮຽນ, ສັງຄົມ​ເບິ່ງ​ແຍງ​ດູ​ແລ​ໃຫ້​ເດັກ​ໄດ້​ຮັບ​ການ​ຮຳ່ຮຽນ​ຢ່າງ​ຄົບ​ຖ້ວນ ​​ແລະ ​ພັດທະນາ​ຮອບດ້ານ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ