ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງປະກັນສັງຄົມຄັ້ງທີ4

ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງປະກັນສັງຄົມຄັ້ງທີ4 - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່
(ພາບ:AnhTuan/TTXVN)

(vovworld) – ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດຂະ​ແໜງ​ປະກັນ​ສັງຄົມ​ຄັ້ງ​ທີ 4 (2015 - 2020) ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/8 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ, ຮອງ​ປະທານ​ທີ 1 ສະພາ​ແຂ່ງຂັນ - ຍ້ອງຍໍ​ ​ສູນ​ກາງ ຊີ້​ແຈ້ງວ່າ: ປະກັນ​ສັງຄົມ, ປະກັນສຸຂະພາບ​ແມ່ນ 2 ນະ​ໂຍບາຍ​ສັງ​ຄົມ​ສຳຄັນ, ​ແມ່ນ​ເສົ້າ​ຄ້ຳຕົ້ນຕໍ​ຂອງ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ, ປະກອບສ່ວນ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຍຸຕິ​ທຳ​ສັງຄົມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ​ຕີ​ລາຄາ​ສູງ​ທິດ​ທາງ​ກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ​ ຊຶ່ງ​ຂະ​ແໜງ​ໄດ້​ວາງ​ອອກ, ສະ​ເໜີ​ຊາບ​ຊຶມ​ນ້ຳ​ໃຈ​ແຂ່ງຂັນ​ຮັກ​ຊາດ​ຂອງ ປະທານ​​ໂຮ່ຈີ​ມິນ ຢ່າງ​ເລິກ​ເຊິ່ງກ່ວາ ​ເພື່ອ​ຂະ​ບວນການ​ແຂ່ງຂັນ​ຂອງ​ຂະ​ແໜງ​ປະກັນ​ສັງຄົມ​ສຳ​ເລັດ​ຜົນໃນ​ເງື່ອນ​ໄຂ​ໃໝ່​​.

        ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​​ໃຫ້ 2 ໝູ່​ຄະນະ ​ແລະ 3 ຄົນ​​ ທີ່ໄດ້​ມີ​ຜົນງານດີ​ເດັ່ນໃນ​ວຽກ​ງານ​ແຕ່​ປີ 2010 – 2014 ພ້ອມກັບ​ໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ ​ແລະ ທຸງ​ແຂ່ງຂັນ​ຂອງ​ລັດຖະບານ​ໃຫ້​ບາງ​ໝູ່ຄະນະ ​ແລະ ສ່ວນ​ບຸກຄົນ.

ຂ່າວ/ບົດ​ອື່ນ