ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງໄທ໋ງວຽນ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງໄທ໋ງວຽນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​
(ພາບ: TTXVN)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​ ​ເອກະ​ພາບ​ແຫ່ງ​ຊາດຫວຽດນາມ (18/11/1930 – 18/11/2015), ຕອນ​ບ່າຍ​ວັນ​ທີ 8/11, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ແລະ ຜູ້ຕາງໜ້າ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​ບັນດາ​ເຜົ່າຢູ່​ເຂດ​ຊຸມ​ຊົນ​ບ້ານ​ກວຽນ, ຕາ​ແສງ ດ່ຽມໝາ​ກ ​ເມືອງ ດິ້ງ​ຮ໋ວາ, ​ແຂວງ ​ໄທ໋ງວຽນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ປາດ​ຖະໜາ​ວ່າ: ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ໃນ​ຕາ​​ແສງ ດ່ຽມໝາ​ກ ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ສີສັນ​ວັດທະນະທຳ​ຂອງ​ຊາດ, ອະນຸລັກ​ຮັກສາ ​ແລະ ປົກ​ປ້ອງ​ບັນດາ​ປູຊະນີຍະ​ຖານ​ປະຕິ​ວັດ​ຢູ່​ທ້ອງ​ຖິ່ນຕ່າງໆ​ເປັນ​ຢ່າງ​ດີ; ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ ​ໂຮ​່ຈີ​ມິນ.

ຂ່າວ/ບົດ​ອື່ນ