ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ບຸນກາຣີ

(VOVWORLD) -ວັນທີ 26 ເມສາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບຸນກາຣີ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ອົງການນິຕິບັນຍັດເວົ້າສະເພາະ.

ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ບຸນກາຣີ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ

ພົບປະກັບທ່ານນປະທານສະພາແຫ່ງຊາດບຸນກາຣີ Tsveta Karayancheva

(ພາບ: TTXVN)

ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດບຸນກາຣີ Tsveta Karayancheva, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ສະເໜີໃຫ້ບຸນກາຣີ ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດເຊິ່ງປະເທດນີ້ມີທ່າແຮງຄື: ກະສິກຳ, ອຸດສາຫະກຳປຸງແຕ່ງ, ທັນຍາຫານ… ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ສະເໜີໃຫ້ຝ່າຍບຸນກາຣີ ສືບຕໍ່ສະໜັບສະໜູນຫວຽດນາມ ອອກສະໝັກເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021; ບົນພື້ນຖານເປັນປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ), ສະພາແຫ່ງຊາດບູນກາຣີ ຈະຮັບຮອງເອົາສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ; ສືບຕໍ່ຊຸກຍູ້ບັນດາສັນຍາຮ່ວມມືເຊິ່ງ 2 ຝ່າຍໄດ້ລົງນາມ, ພິເສດແມ່ນສົ່ງເສີມການຈັດຕັ້ງກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ບຸນກາຣີ ຄັ້ງທີ 4.

      ສ່ວນທ່ານປະທານສະພາແຫ່ງຊາດບຸນກາຣີ Tsveta Karayancheva ໄດ້ເຫັນດີກັບການຕີລາຄາຂອງທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ, ພ້ອມທັງຖືວ່າ, ຜ່ານບັນດາການພົບປະ, 2 ຝ່າຍຄວນຊອກຫາມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມືດ້ານການຄ້າ, ການລົງທຶນ, ສຶກສາ.

      ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ມີການພົບປະກັບທ່ານນາງຮອງປະທານາທິບໍດີບູນກາຣີ Iliana Yotova; ພົບປະກັບປະທານກຳມາທິການຕຸລາການສະພາແຫ່ງຊາດບຸນກາຣີ Ddanaail Kirilov.

ຕອບກັບ

ຂ່າວ/ບົດ​ອື່ນ