ຮອງປະທານາທິບໍດີຂອງອະດີດປະທານາທິບໍດີAhmadinejadສະໝັກເລືອກຕັ້ງເປັນປະທານາທິບໍດີ

ຮອງປະທານາທິບໍດີຂອງອະດີດປະທານາທິບໍດີAhmadinejadສະໝັກເລືອກຕັ້ງເປັນປະທານາທິບໍດີ  - ảnh 1
ທ່ານ ອະດີດ​ປະທານາທິບໍດີ Ahmadinejad​
(ພາບ​ປະ​ກອບ)

(vovworld) - ວັນ​ທີ 18/2, ທ່ານ Hamid Baghaie, ຮອງ​ປະທານາທິບໍດີ​ຂອງ​ອະດີດ​ປະທານາທິບໍດີ Ahmadinejad​ ໄດ້​ປະກາດ​ອອກ​ສະໝັກ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​​ປະທານາທິບໍດີ ອີຣານ ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ປີຢູ່​ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ. ທ່ານ Hamid Baghaie ​ເຄີຍ​ເປັນ​ຮອງ​ປະທານາທິບໍດີ ອີຣານ, ຮັບຜິດຊອບ​ບັນດາ​ບັນຫາ​ບໍລິຫານ, ທັງ​ເປັນ​ຫົວໜ້າ​ຄະນະ​ກຳມະການ​ທ່ອງ​ທ່ຽວ ​ໃນ​ສະ​ໄໝ​ຂອງ ປະທານາທິບໍດີ Ahmadinejad​. ທ່ານ Hamid Baghaie, ​ໃຫ້​ຮູ້​ວ່າ: ທ່ານ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໃນ​ຖານະ​ເປັນ “ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເອກະລາດ“. ສ່ວນ​ທ່ານ ປະທານາທິບໍດີ Hassan Rouhani ກໍ່ຄາດ​ວ່າຈະ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ, ອາຍຸ​ການ​ທີ່ 2, ​ແຕ່​ມາ​ຮອດ​ປະຈຸ​ບັນ, ທ່ານ​ຍັງ​ບໍ່​ທັນ​ຍົກ​ຖະ​ແຫຼ​ງການ​ທາງ​ການ​ໃດ​ໆ​ອອກ​ມາ​ເທື່ອ.

ຂ່າວ/ບົດ​ອື່ນ