ຮ່າໂນ້ຍ ເປັນເຈົ້າການບັນດາແຜນການສະໜອງທັນຍາຫານ, ສະບຽງອາຫານໃນເງື່ອນໄຂເກີດໂລກລະບາດໂຄວິດ-19

(VOVWORLD) -ພ້ອມກັບບັນດາວິສາຫະກິດ ແລະ ສະຫະສະມາຄົມບັນດາສິນຄ້າ, ທາງກະຊວງຈະນຳໜ້າ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບ ຮ່າໂນ້ຍ ຮັບປະກັນການສະໜອງທັນຍາຫານ, ສະບຽງອາຫານໃນທຸກສະພາບການ.
ຮ່າໂນ້ຍ ເປັນເຈົ້າການບັນດາແຜນການສະໜອງທັນຍາຫານ, ສະບຽງອາຫານໃນເງື່ອນໄຂເກີດໂລກລະບາດໂຄວິດ-19 - ảnh 1

ທີ່ກອງປະຊຸມທາງອອນລາຍກ່ຽວກັບສະພາບການຜະລິດກະສິກຳ ແລະ ຄວາມຕ້ອງການໃຊ້ສອຍທັນຍາຫານ, ສະບຽບອາຫານໃນເງື່ອນໄຂເກີດໂລກລະບາດ ລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຊິ່ງດຳເນີນໃນຕອນເຊົ້າວັນທີ 31 ກໍລະກົດ, ທ່ານຮອງລັດຖະມົນຕີກະຊວງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢືນຢັນວ່າ, ພ້ອມກັບບັນດາວິສາຫະກິດ ແລະ ສະຫະສະມາຄົມບັນດາສິນຄ້າ, ທາງກະຊວງຈະນຳໜ້າ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບ ຮ່າໂນ້ຍ ຮັບປະກັນການສະໜອງທັນຍາຫານ, ສະບຽງອາຫານໃນທຸກສະພາບການ.

        ທ່ານ ຈູຝູມີ້, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ຮ່າໂນ້ຍ, ສະເໜີວ່າ:

        “ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ອັບເດດຂໍ້ສະເໜີແນະຂອງບັນດາທ້ອງຖິ່ນ, ພິເສດແມ່ນ ຮ່າໂນ້ຍ ສືບຕໍ່ສົມທົບກັບກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເປັນເສນາທິການໃຫ້ແກ່ລັດຖະບານ ແກ້ໄຂບັນດາຄວາມຕ້ອງການອັນຊອບທຳໃນເງື່ອນໄຂເກີດໂລກລະບາດໂຄວິດ-19, ສ້າງຄວາມສະດວກໃຫ້ແກ່ພາຫະນະຂົນສົ່ງບັນດາອາຫານສົດ, ບັນດາເຄື່ອງວັດຖຸສິ່ງຂອງດ້ານກະສິກຳຮັບໃຊ້ການຜະລິດ ຮັບປະກັນໃຫ້ໄວທີ່ສຸດ ແລະ ລຸລ່ວງໃນບໍລິເວນນະຄອນ”.

ຕອບກັບ

ຂ່າວ/ບົດ​ອື່ນ