ຮ່າໂນ້ຍ ເລື່ອນຂັ້ນໃນຕາຕະລາງຈັດອັນດັບ “ນະຄອນ ທ່ອງທ່ຽວດີທີ່ສຸດໃນໂລກ”

(VOVWORLD) - ບໍລິສັດແຫ່ງນີ້ມີສຳນັກງານຕັ້ງຢູ່ ການາດາ ໄດ້ໄຈ້ແຍກນະຄອນກ່ວາ 270 ແຫ່ງໃນທົ່ວໂລກ ໂດຍອີງໃສ່ບັນດາມາດຖານ, ຄື: ສະຖານທີ່ທ່ອງທ່ຽວ ແລະ ທິວທັດທຳມະຊາດ, ການເຊື່ອມຕໍ່ກັບສະໜາມບິນ, ສວນສາທາລະນະ ແລະ ການບັນເທິງ, ການເຄື່ອນໄຫວດ້ານຊີວິດສັງຄົມຍາມຄ່ຳຄືນ, ພັດຕະຄານ, ຮ້ານອາຫານ…
ຮ່າໂນ້ຍ ເລື່ອນຂັ້ນໃນຕາຕະລາງຈັດອັນດັບ “ນະຄອນ ທ່ອງທ່ຽວດີທີ່ສຸດໃນໂລກ” - ảnh 1ໜອງ ໂຮ່ເກືອມ
 
 

ຮ່າໂນ້ຍ ໄດ້ເລື່ອນຂັ້ນອີກຄັ້ງໜຶ່ງເມື່ອທຽບໃສ່ປີ 2022, ຍື່ນອັນດັບທີ 96 ໃນຕາຕະລາງຈັດອັນດັບບັນຊີລາຍຊື່ “100 ນະຄອນທ່ອງທ່ຽວດີທີ່ສຸດໃນໂລກ” ໂດຍບໍລິສັດໃຫ້ຄຳປຶກສາການທ່ອງທ່ຽວແຖວໜ້າ Resonance Consultancy (ປະເທດ ການາດາ) ສັງລວມ. ບໍລິສັດແຫ່ງນີ້ມີສຳນັກງານຕັ້ງຢູ່ ການາດາ ໄດ້ໄຈ້ແຍກນະຄອນກ່ວາ 270 ແຫ່ງໃນທົ່ວໂລກ ໂດຍອີງໃສ່ບັນດາມາດຖານ, ຄື: ສະຖານທີ່ທ່ອງທ່ຽວ ແລະ ທິວທັດທຳມະຊາດ, ການເຊື່ອມຕໍ່ກັບສະໜາມບິນ, ສວນສາທາລະນະ ແລະ ການບັນເທິງ, ການເຄື່ອນໄຫວດ້ານຊີວິດສັງຄົມຍາມຄ່ຳຄືນ, ພັດຕະຄານ, ຮ້ານອາຫານ… ເຖິງວ່າບໍ່ໃຫຍ່, ບໍ່ຄັບຄາໜາແໜ້ນຄືນະຄອນໂຮ່ຈີມິນກໍ່ຕາມ, ແຕ່ ຮ່າໂນ້ຍ ມີການເຄື່ອນໄຫວຫຼາຍຢ່າງ ແລະ ສະຖານທີ່ທ່ອງທ່ຽວ, ຈາກບັນດາຕະຫຼາດທ້ອງຖິ່ນ ຕະຫຼອດຮອດບັນດາກິດຈະກຳມໍລະດົກ ແລະ ການເຄື່ອນໄຫວດ້ານຊີວິດສັງຄົມຄ່ຳຄືນທີ່ຟົດຟື້ນ ແລະ ມີກຳລັງດຶງດູດໃຈສະເພາະ. ບັນດາການເຄື່ອນໄຫວຢູ່ກາງແຈ້ງ ແລະ ການຊື້ເຄື່ອງຂອງແມ່ນບັນດາຈຸດພົ້ນເດັ່ນໃຫຍ່ຂອງນະຄອນຫຼວງ ຂອງ ຫວຽດນາມ.

        ນອກຈາກ ຮ່າໂນ້ຍ, ສິງກະໂປ (ຍື່ນອັນດັບ 5) ແລະ ບາງກອກ (ຍື່ນອັນດັບ 39) ແມ່ນບັນດານະຄອນຂອງອາຊີຕາເວັນອອກສ່ຽງໃຕ້ ນອນໃນທອບ 100 ນະຄອນທ່ອງທ່ຽວດີທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ