ຮ່າໂນ້ຍ ແລະ ບັນດານະຄອນຂອງລາຊະອານາຈັກ ອັງກິດ ແບ່ງປັນການພັດທະນາເຄື່ອງໝາຍນະຄອນປະດິດຄິດສ້າງ

(VOVWORLD) - ພະແນກວັດທະນະທຳ ແລະ ກິລາ ນະຄອນໄດ້ສົມທົບກັບ ສະພາ ອັງກິດ ປະຈຳ ຫວຽດນາມ ຈັດການໂອ້ລົມສົນທະນາສາກົນ ດ້ວຍຫົວຂໍ້ “ນະຄອນປະດິດຄິດສ້າງ ຮ່າໂນ້ຍ - ສ້າງເຄື່ອງໝາຍ ແລະ ພັດທະນາແຫຼ່ງກຳລັງ”.
ຮ່າໂນ້ຍ ແລະ ບັນດານະຄອນຂອງລາຊະອານາຈັກ ອັງກິດ ແບ່ງປັນການພັດທະນາເຄື່ອງໝາຍນະຄອນປະດິດຄິດສ້າງ - ảnh 1
ທ່ານ ໂດ໊ດິ່ງຮົ່ງ, ຜູ້ອຳນວຍການພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ກ່າວຄຳເຫັນທີ່ເຫດການ
(ພາບ:VOV2)

ວັນທີ 21 ພະຈິກ, ຢູ່ຫໍພິພິທະພັນ ຮ່າໂນ້ຍ, ພະແນກວັດທະນະທຳ ແລະ ກິລາ ນະຄອນໄດ້ສົມທົບກັບ ສະພາ ອັງກິດ ປະຈຳ ຫວຽດນາມ ຈັດການໂອ້ລົມສົນທະນາສາກົນ ດ້ວຍຫົວຂໍ້ “ນະຄອນປະດິດຄິດສ້າງ ຮ່າໂນ້ຍ - ສ້າງເຄື່ອງໝາຍ ແລະ ພັດທະນາແຫຼ່ງກຳລັງ”. ການໂອ້ລົມສົນທະນາໄດ້ອັບເດດວິວັດທະນາການພັດທະນາຂອງ ຮ່າໂນ້ຍ ດ້ວຍຖານະເປັນນະຄອນ ປະດິດຄິດສ້າງ ໃນຂົງເຂດການອອກແບບ, ກໍ່ຄືໄຈ້ແຍກບັນດາຮູບແບບການກໍ່ສ້າງຕົວເມືອງໝູທີ່ນຳໃຊ້ສີສັນວັດທະນະທຳ ແລະ ມໍລະດົກຂອງລາຊະອານາຈັກ ອັງກິດ. ບັນດານະຄອນປະດິດຄິດສ້າງ ຂອງລາຊະອານາຈັກ ອັງກິດ ຄື: Bekfast, Derry – Londonderry, Dundee ພ້ອມກັນໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງເຄື່ອງໝາຍ ເມື່ອເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO.

        ທ່ານ ໂດ໊ດິ່ງຮົ່ງ, ຜູ້ອຳນວຍການພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ:  ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດຂອງປະເທດຊາດ ໄດ້ປະກາດໃຊ້ມະຕິກ່ຽວກັບການພັດທະນາອຸດສາຫະກຳ ວັດທະນະທຳ, ຜ່ານນັ້ນກໍ່ໄດ້ເນັ້ນໜັກເຖິງການພັດທະນານະຄອນປະດິດຄິດສ້າງ. ໄປຄຽງຄູ່ກັນນັ້ນ, ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ກໍ່ມີຫຼາຍມາດຕາກ່ຽວກັບການພັດທະນາອຸດສາຫະກຳວັດທະນະທຳ ແລະ ນະຄອນປະດິດຄິດສ້າງ.

        ທ່ານນາງ Donna McGowan, ຜູ້ອຳນວຍການສະພາ ອັງກິດ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ: ສະພາອັງກິດ ຍາມໃດກໍ່ສະໜິດຕິດພັນ, ຮ່ວມມືກັບນະຄອນ ຮ່າໂນ້ຍ ເພື່ອໜູນຊ່ວຍ, ເຊີດຊູ ນະຄອນປະດິດຄິດສ້າງ, ພັດທະນາອຸດສາຫະກຳວັດທະນະທຳ. ທ່ານນາງກໍ່ປາດຖະໜາວ່າໄລຍະຈະມາເຖິງ, ສອງຝ່າຍຈະບັນລຸໄດ້ຫຼາຍເປົ້າໝາຍ, ພາລະກຳຂອງຕົນເພື່ອໃຫ້ ຮ່າໂນ້ຍ ບັນລຸໄດ້ຄາດຫວັງຂອງຕົນແມ່ນນະຄອນປະດິດຄິດສ້າງໃນຂົງເຂດອອກແບບໃນລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ