ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວຕ່າງໆຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວຕ່າງໆຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ລາຍການສະແດງສິລະປະຍ້ອງຍໍພັກຈະໄດ້ຮັບການຈັດຕັ້ງ
ຢູ່ຫຼາຍສະຖານທີ່ຢູ່ຮ່າໂນ້ຍ

(vovworld) – ​ໃນ​ຊຸມ​ວັນ​ນີ້, ຖະໜົນ​ຫົນທາງ​ສາຍຕ່າງໆ​​ໃນຮ່າ​ໂນ້ຍ​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍທຸງ​ດອກ​ໄມ້, ຄົມ​ໄຟ​ດ້ວຍ​ສີສັນ​ຫຼາກ​ຫຼາຍ​ເພື່ອ​ຂຳ​່ນັບ​ຮັບ​ຕ້ອນ​ກອງ​ປະຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ​ເສັ້ນທາງ​ສາຍຕ່າງໆ​ດ້ວຍ​ສີ​ແດງຂອງ​ທຸງ​ພັກ, ທຸງຊາດ, ບັນດາ​ປ້າຍ​ຄຳ​ຂວັນຍ້ອງຍໍ​ຊົມ​ເຊີຍພັກ, ຍ້ອງຍໍສັນລະ​ເສີນ​ປະທານ​ໂຮ່ຈີ​ມິນ. ພ້ອມ​ກັນ​ນັ້ນ, ​ເນື່ອງ​ໃນ​ໂອກາດ​ນີ້, ນະຄອນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ຫຼາຍ​ລາຍການ​ສິລະ​ປະ​ຢູ່​ສ່ວນ​ສາທາລະນະ ລີ໋ທ໋າຍ​ໂຕ໋, ຢູ່​​ເຂດ​ໃຈກາງ​ຂອງ 30 ​ເມືອງ ​ໃນ​ຄຳ່​ຄືນ​ວັນ​ທີ 21 – 22/01 ​ແລະ ສາຍຟິມຮູບ​ເງົາ​ຮັບ​ໃຊ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ນະຄອນຫຼວງ. ​ໃນ​ຄຳ່​ຄືນ​ວັນ​ທີ 19/1, ລາຍການ​ສະ​ແດງ​ສິລະ​ປະ “ຄວາມ​ເຊື່ອ​ໝັ້ນ​ຕໍ່​ແສງ​ສະຫວ່າ​ງ” ​ໄດ້​ຈັດ​ຕັ້ງ​ຢູ່​ສະໜາມ​ຫຼວງ​ການ​ປະ​ຕິ​ວັດ​ເດືອນສິງຫາ​ທີ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ດ້ວຍ​ເນື້ອ​ໃນ​ຢັ້ງຢືນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ທົ່ວ​ປວງຊົນ, ທົ່ວ​ກອງທັບທີ່​ມີ​ຕໍ່​ພັກ, ປຸກລຸກ​ນຳ້​ໃຈ​ຮັກ​ຊາ​ດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ. ທ່ານດັ້ງ​ວັນ​ໂຮ່, ຢູ່​ຖະໜົນ ຟ້າ​ມວັນ​ດົ່ງ, ​ໃຫ້​ຮູ້​ວ່າ:

        “​​ເມື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ໃດ ພວກ​ເຮົາ​ກໍ​​ໄດ້​ດຳລົງ​ຊີວິດ​ໃນ​ບັນຍາກາດ​ກະກຽມ​ຢ່າງ​ຟົດ​ຟື້ນ​ຂອງ​ອຳ​ນາດ​ການ​ປົກຄອງ​ທຸ​ກຊັ້ນ ກໍ​ຄື​ຂອງ​ປະຊາຊົນ. ທຸກ​ຄົນ​ລໍຄອຍ​ກອງ​ປະຊຸມ​ໃຫຍ່​ປະ​ສົບ​ຜົນສຳ​ເລັດ​ຈາກນັ້ນ ມີ​ທິດ​ທາງ​ໃໝ່, ລັດຖະນະ​ໂຍບາຍ​ໃໝ່​, ​ເຮັດແນວ​ໃດ​​ເພື່ອໃຫ້​ປະຊາຊົນ​ຮັ່ງມີປະ​ເທດ​ຊາດ​ເຂັ້ມ​ແຂງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.”


ຂ່າວ/ບົດ​ອື່ນ