ຮ່າໂນ້ຍປະກາດສະຖານທີ່ທ່ອງທ່ຽວໃໝ່ 2 ແຫ່ງຢູ່ເມືອງ ດານເຟື້ອງ

(VOVWORLD) -ການນຳເມືອງ ດານເຟື້ອງ ຢືນຢັນວ່າ, ທາງເມືອງຈະສຸມໃສ່ຈັດຕັ້ງບັນດາການເຄື່ອນໄຫວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດຶ່ມ, ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ
ຮ່າໂນ້ຍປະກາດສະຖານທີ່ທ່ອງທ່ຽວໃໝ່ 2 ແຫ່ງຢູ່ເມືອງ ດານເຟື້ອງ - ảnh 1(ພາບປະກອບ: nhandan.com.vn)

ຕອນຄ່ຳວັນທີ 17 ເມສາ, ເມືອງ ດານເຟື້ອງ, ຮ່າໂນ້ຍ ໄດ້ຈັດພິທີຮັບຂໍ້ຕົກລົງ ແລະ ປະກາດສະຖານທີ່ທ່ອງທ່ຽວຕາແສງ ຫະໂມ້, ສະຖານທີ່ທ່ອງທ່ຽວເຂດຊີວະພາບ ດານເຟື້ອງ ແມ່ນສະຖານທີ່ທ່ອງທ່ຽວລະດັບນະຄອນ. ຫະໂມ້ ແມ່ນເຂດດິນແດນເກົ່າແກ່ທີ່ມີຊື່ສຽງ ມີວັດ ຫາຍຢ໊າກ ດ້ວຍການອອກແບບສະຖາປັດຕະຍາກຳຮ້ອຍຫ້ອງ ພ້ອມກັບລະບົບຮູບປັ້ນພະພູດທະເຈົ້າສະໄໝ ເລ; ສາລາບ້ານ ຫວ້ານຊວັນ ແມ່ນບັນດາປູຊະນີຍະສະຖານລະດັບຊາດດີເດັ່ນ ພວມໄດ້ພິຈາລະນາຈັດລະດັບຊາດພິເສດ. ແຕ່ລະປີ, ຫະໂມ້ ໄດ້ດຶງດູດນັກທ່ອງທ່ຽວນັບໝື່ນຄົນມາຢ້ຽມຢາມ, ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ. ໃນຂະນະນັ້ນ, ໃນຊຸມປີມໍ່ໆມານີ້, ເຂດຊີວະພາບ ດານເຟື້ອງ - The Phoenix Garden ພວມກາຍເປັນເຂດຢ້ຽມຊົມ, ລະຫຼິ້ນທົ່ວໄປຂອງບັນດາຄອບຄົວ ແລະ ເພື່ອນໜຸ່ມ. ຈຸດເດັ່ນແມ່ນ, ເຂດນີ້ໄດ້ປູກຕົ້ນໄມ້ທີ່ໄດ້ທຽບຄື ດ່າລາດ ຫຍໍ້ເຂົ້າຢູ່ນະຄອນຫຼວງຮ່າໂນ້ຍ.

    ທີ່ພິທີຕ້ອນຮັບ, ການນຳເມືອງ ດານເຟື້ອງ ຢືນຢັນວ່າ, ທາງເມືອງຈະສຸມໃສ່ຈັດຕັ້ງບັນດາການເຄື່ອນໄຫວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດຶ່ມ, ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ, ຊຸກຍູ້ການພັດທະນາການທ່ອງທ່ຽວ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ