ຮຽບຮຽງປຶ້ມວັດຈະນາ ນຸກົມສັບພະວິຊາ ຫວຽດນາມ


ຮຽບຮຽງປຶ້ມວັດຈະນາ ນຸກົມສັບພະວິຊາ ຫວຽດນາມ - ảnh 1

(ພາບປະກອບ: xaluan.com )

(vovworld) – ທ່ານ​ນາ​ຍົກ​ລັດຖະມົນຕີຫາ​ກໍ່​ເຊັນ​ອະນຸມັດ​ແຜນຮ່າງຮຽບຮຽງຊຸດ​ປຶ້ມ​ວັດຈະນານຸກົມສັບ​ພະ​ວິຊາ​ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ແຜນຮ່າງຮຽບຮຽງ ຊຸດ​ປຶ້ມ​ວັດຈະນານຸກົມສັບ​ພະ​ວິຊາ​ຫວຽດນາມລວມມີ 36 ​ເຫຼັ້ມຊື່​ງ​ເນື້ອ​ໃນ​ແມ່ນ​ບັນດາ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ ​ແລະ ​ໂລກ. ​ໃນ​ນັ້ນ, ມີ​ບັນດາ​ຄວາມ​ຮູ້​ອັນ​ຈຳ​ເປັນ​ສຳລັບ​ຫວຽດນາມ. ແຜນຮ່າງຮຽບຮຽງຊຸດ​ປຶ້ມ​ວັດຈະນານຸກົມສັບ ​ພະ​ວິຊາ​ຫວຽດນາມ ​ໄດ້​ຮັບ​ການ​ຮຽບຮຽງ​ດັ່ງກ່າວ​ມີ​ລັກສະນະ​ວິທະຍາສາດ, ຊົນ​ຊາດ, ທັນ​ສະ​ໄໝ; ຮັບປະກັນ​ລັກສະນະ​ມາດຖານ ​ແລະ ລັກສະນະ​ລະບົບ; ຊາບຊືມທັດສະນະ​ຂອງ​ລັດທິ​ມາກ​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈິ​ມິນ, ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ການ​ຮຽບ​ຮຽບຊຸດ​ປຶ້ມ​ວັດຈະນານຸກົມສັດ​ພະ​ວິຊາ​ສັງ​ລວມຫວຽດນາມ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ປະຊາ​ຊົນ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ, ພັດທະນາ​ປ​ະ​ເທດ​ຊາດ, ກາຍ​ເປັນ​ເຄື່ອງມື​​ໃນ​ການຮ່ຳຮຽນ, ຊອກ​ຮູ້​ທາງ​ການ, ມີ​ມາດຖານ, ຈຳ​ເປັນ​ໃນ​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ​ຫວຽດນາມ. ຊຸດ​ປຶ້ມ​ວັດຈະນານຸກົມສັບ​ພະ​ວິຊາ​ຫວຽດນາມ ​ໂດຍ​ສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ຮຽບຮຽງ​ແຕ່​ປີ 2014-2023./.

ຂ່າວ/ບົດ​ອື່ນ