ເກີດເຫດໄຟໄໝ້ຢູ່ ບັງກະລາເທດ: ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນຫຼາຍ

(VOVWORLD) -ມີຜູ້ເສຍຊີວິດໃນເຫດໄຟໄໝ້ຂະໜາດໃຫຍ່ ເຊິ່ງເກີດຂຶ້ນໃນຕອນບ່າຍວັນທີ 28 ມີນາ ຢູ່ຕຶກອາຄານການຄ້າຫຼັງໜຶ່ງຢູ່ນະຄອນຫຼວງ Dhaka ຂອງປະເທດ ບັງກະລາເທດ ຢ່າງໜ້ອຍແມ່ນ 19 ຄົນ
ເກີດເຫດໄຟໄໝ້ຢູ່ ບັງກະລາເທດ: ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນຫຼາຍ - ảnh 1ອົງການເຈົ້າໜ້າທີ່ຮັບຜິດຊອບກໍາລັງສືບສວນພວມຊອກຫາສາຍເຫດທີ່ພາໃຫ້ເກີດໄຟໄໝ້ 

ຕາມຕົວເລກສະຖິຕິຫຼ້າສຸດ, ມີຜູ້ເສຍຊີວິດໃນເຫດໄຟໄໝ້ຂະໜາດໃຫຍ່ ເຊິ່ງເກີດຂຶ້ນໃນຕອນບ່າຍວັນທີ 28 ມີນາ ຢູ່ຕຶກອາຄານການຄ້າຫຼັງໜຶ່ງຢູ່ນະຄອນຫຼວງ Dhaka ຂອງປະເທດ ບັງກະລາເທດ ຢ່າງໜ້ອຍແມ່ນ 19 ຄົນ, ໃນນັ້ນ ຍັງມີຫຼາຍຄົນຖືກຕິດຄ້າງຢູ່ທາງໃນ.  ກໍາລັງກູ້ໄພກູ້ຊີບ ກ່າວເຕືອນວ່າ ຈໍານວນຜູ້ເສຍຊີວິດ ອາດເພີ່ມຂຶ້ນອີກ.   ແລະກໍໃນວັນດຽວກັນ, ຢູ່ນະຄອນ Plovdiv, ທາງພາກກາງຂອງປະເທດ ບຸນກາຣີ ກໍເກີດໄຟໄໝ້ຢູ່ໂຮງໝໂລກຈິດແຫ່ງໜຶ່ງ ແລະ ເຮັດໃຫ້ 3 ຄົນຖືກເສຍຊີວິດ. ປັດຈຸບັນ ອົງການເຈົ້າໜ້າທີ່ຮັບຜິດຊອບກໍາລັງສືບສວນພວມຊອກຫາສາຍເຫດທີ່ພາໃຫ້ເກີດໄຟໄໝ້.

ຕອບກັບ

ຂ່າວ/ບົດ​ອື່ນ