ເກືອບ 1000 ຮ້ານວາງສະແດງເຂົ້າຮ່ວມງານວາງສະແດງສິນຄ້າສາກົນ VIETBUILD ດາໜັງ 2018

(VOVWORLD) -ງານວາງສະແດງໄດ້ດຶງດູດຮ້ານວາງຂາຍສິນຄ້າເກືອບ 1000 ຮ້ານຂອງກວ່າ 300 ຫົວໜ່ວຍ, ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ເກືອບ 1000 ຮ້ານວາງສະແດງເຂົ້າຮ່ວມງານວາງສະແດງສິນຄ້າສາກົນ VIETBUILD ດາໜັງ 2018 - ảnh 1(ພາບປະກອບ)

ຜະລິດຕະພັນໃໝ່ຫຼາຍຢ່າງກ່ຽວກັບວັດສະດຸກໍ່ສ້າງ, ເຄື່ອງຕົກແຕ່ງພາຍໃນພາຍນອກຈະໄດ້ນຳມາວາງສະແດງ, ແນະນຳຢູ່ງານວາງສະແດງສິນຄ້າສາກົນ VIETBUILD ດາໜັງ 2018 ຈະດຳເນີນໃນລະຫວ່າງວັນທີ 21 ຫາວັນທີ 25 ເມສານີ້ ທີ່ນະຄອນດາໜັງ ທາງພາກກາງຫວຽດນາມ. ງານວາງສະແດງໄດ້ດຶງດູດຮ້ານວາງຂາຍສິນຄ້າເກືອບ 1000 ຮ້ານຂອງກວ່າ 300 ຫົວໜ່ວຍ, ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ໃນນັ້ນ, ມີ 54 ວິສາຫະກິດ ແລະກຸ່ມບໍລິສັດມາຈາກຕ່າງປະເທດ. ງານວາງສະແດງສິນຄ້າ VIETBUILD ດາໜັງ 2018 ແມ່ນຈຸດນັດພົບຂອງບັນດາວິສາຫະກິດກ່ຽວກັບວັດສະດຸກໍ່ສ້າງ ເພື່ອວາງສະແດງຜະລິດຕະພັນໃໝ່, ອັນໄດ້ສ້າງກາລະໂອກາດເພື່ອໃຫ້ບັນດາວິສາຫະກິດໄດ້ພົບປະ, ຖ່າຍທອດວິທະຍາສາດເຕັກໂນໂລຢີ, ແລກປ່ຽນບົດຮຽນ ແລະ ຮ່ວມມືລົງທຶນ. ນະທີ່ນີ້, ວິສາຫະກິດຈະແນະນຳຜະລິດຕະພັນໃໝ່ຫຼາຍຢ່າງກ່ຽວກັບວັດສະດຸກໍ່ສ້າງ ແລະ ເຄື່ອງຕົກແຕ່ງພາຍໃນຄື: ເຫຼັກກ້າ, ດິນຈີ່, ດິນຂໍ, ແກ້ວ, ເຄື່ອງໄຟຟ້າ, ນ້ຳສີກັນຊຸມປຽກ, ອຸປະກອນຕ້ານອັກຄີໄພ ແລະ ກັນລັກຂະໂມຍ.

ຕອບກັບ

ຂ່າວ/ບົດ​ອື່ນ