ເຂດອະນຸພາກພື້ນແມ່ນ້ຳຂອງຮ່ວມມືດ້ານການມົນລະພິດຄວັນຂ້າມຊາຍແດນ

(VOVWORLD) -ບັນດາລັດຖະມົນຕີໄດ້ຮັບຮູ້ຄວາມມານະພະຍາຍາມຂອງສູນອຸຕຸນິຍົມສະເພາະຂະແໜງ ອາຊຽນ ໃນການຍົກສູງກຳລັງຄວາມສາມາດດ້ານເຕັກນິກຕິດຕາມກວດກາ, ຕີລາຄາ ແລະ ເຕືອນໄພໄວຕໍ່ເງື່ອນໄຂດິນຟ້າອາກາດ ແລະ ຄວັນຢູ່ພາກພື້ນ ກໍຄືການພະຍາກອນດິນຟ້າອາກາດ.
ເຂດອະນຸພາກພື້ນແມ່ນ້ຳຂອງຮ່ວມມືດ້ານການມົນລະພິດຄວັນຂ້າມຊາຍແດນ - ảnh 1(ກອງປະຊຸມຄັ້ງທີ 10 ອະນຸກຳມະການຊີ້ນຳຂັ້ນລັດຖະມົນຕີກ່ຽວກັບການມົນລະພິດຄວັນຂ້າມຊາຍແດນໃນອະນຸພາກພື້ນແມ່ນ້ຳຂອງ)

ກອງປະຊຸມຄັ້ງທີ 10 ອະນຸກຳມະການຊີ້ນຳຂັ້ນລັດຖະມົນຕີກ່ຽວກັບການມົນລະພິດຄວັນຂ້າມຊາຍແດນໃນອະນຸພາກພື້ນແມ່ນ້ຳຂອງ (MSC) ໄດ້ດຳເນີນທາງໄກໃນວັນທີ 08 ທັນວາ ໂດຍ ມຽນມາ ເປັນເຈົ້າພາບຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າປະເທດລາວ, ໄທ, ກຳປູເຈຍ, ຫວຽດນາມ ພ້ອມກັບທ່ານເລຂາທິການໃຫຍ່ ອາຊຽນ Dato Lin Jock Hoi.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮູ້ຄວາມມານະພະຍາຍາມຂອງສູນອຸຕຸນິຍົມສະເພາະຂະແໜງ ອາຊຽນ ໃນການຍົກສູງກຳລັງຄວາມສາມາດດ້ານເຕັກນິກຕິດຕາມກວດກາ, ຕີລາຄາ ແລະ ເຕືອນໄພໄວຕໍ່ເງື່ອນໄຂດິນຟ້າອາກາດ ແລະ ຄວັນຢູ່ພາກພື້ນ ກໍຄືການພະຍາກອນດິນຟ້າອາກາດ. ກອງປະຊຸມໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາທີ່ກອງປະຊຸມຄັ້ງທີ 16 ຂອງກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ອາຊຽນ ກ່ຽວກັບມົນລະພິດຄວັນຂ້າມຊາຍແດນ (COP-16); ເຫັນດີຮັບປະກັນການປະຕິບັດຂັ້ນຕອນການເຄື່ອນໄຫວມາດຕະຖານ ອາຊຽນ (SOP) ກ່ຽວກັບການຕິດຕາມກວດກາ, ຕີລາຄາ ແລະ ຮັບມືຢ່າງຮີບດ່ວນລວມ ເຊິ່ງ COP-10 ໄດ້ຮັບຮອງເອົາຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ