ເຂົ້າ​ສານ ST25 ຂອງ ຫວຽດ​ນາມ ໄດ້​ຮັບ​ລາ​ງວັນ​ທີ 2 ໃນ​ການ​ແຂ່ງ​ຂັນ​ເຂົ້​າ​ສານແຊບ​ທີ່​ສຸດ​ໃນ​ໂລກ ປີ 2020

(VOVWORLD) -ຂົ້າສານ ST25 ຂອງ ຫວຽດນາມ ຫາກໍໄດ້ຮັບລາງວັນທີ 2 ໃນການແຂ່ງຂັນເຂົ້າສານແຊບທີ່ສຸດໃນໂລກ ປີ 2020 ເຊິ່ງຖືກຈັດຂຶ້ນຢູ່ ອາເມລິກາ.
ເຂົ້າ​ສານ ST25 ຂອງ ຫວຽດ​ນາມ ໄດ້​ຮັບ​ລາ​ງວັນ​ທີ 2 ໃນ​ການ​ແຂ່ງ​ຂັນ​ເຂົ້​າ​ສານແຊບ​ທີ່​ສຸດ​ໃນ​ໂລກ ປີ 2020 - ảnh 1 ເຂົ້າສານ ST25 ຂອງ ຫວຽດນາມ ໄດ້ຮັບລາງວັນທີ 2 ໃນການແຂ່ງຂັນເຂົ້າສານແຊບທີ່ສຸດໃນໂລກ ປີ 2020

ຕອນບ່າຍວັນທີ 4 ທັນວາ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ວິລະຊົນແຮງງານ, ນັກວິສະວະກອນ ທ່ານ ໂຮ່ກວາງກົວ ໃຫ້ຮູ້ວ່າ ເຂົ້າສານ ST25 ຂອງ ຫວຽດນາມ ຫາກໍໄດ້ຮັບລາງວັນທີ 2 ໃນການແຂ່ງຂັນເຂົ້າສານແຊບທີ່ສຸດໃນໂລກ ປີ 2020 ເຊິ່ງຖືກຈັດຂຶ້ນຢູ່ ອາເມລິກາ. ທ່ານ ໂຮ່ກວາງກົວ ໃຫ້ຮູ້ວ່າ:

        “ນີ້ແມ່ນເຫດການທີ່ເປັນກຽດທີ່ສຸດສຳລັບ ຫວຽດນາມ, ເຊິ່ງໃນນັ້ນມີການປະກອບສ່ວນສ່ວນໃຫຍ່ຂອງເຂົ້າຫອມ ຊອັກຈັງ - ບ້ານເກີດເມືອງນອນຂອງຂ້າພະເຈົ້າເອງ. ເຂົ້າເຈົ້າກໍ່ໄດ້ເຊີດຊູ ແລະ ກ່າວຄຳເຫັນສະແດງຄວາມນິຍົມນັບຖືຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອນຳເຄື່ອງໝາຍການຄ້າ ເຂົ້າສານ ຫວຽດນາມ ນັບມື້ນັບມີຊື່ສຽງບົນເວທີສາກົນ”.

        ກ່ອນໜ້ານັ້ນ, ເຂົ້າ ST25 ໄດ້ຮັບລາງວັນ ເຂົ້າສານແຊບທີ່ສຸດຢູ່ໃນໂລກປີ 2019 ເຊິ່ງຖືກຈັດຂຶ້ນຢູ່ ຟີລິບປິນ. ເລື່ອງເຂົ້າສານ ST25 ໄດ້ຮັບລາງວັນອັນສູງສົ່ງຫຼາຍຢ່າງໃນການແຂ່ງຂັນເຂົ້າສານແຊບທີ່ສຸດຢູ່ໃນໂລກນັ້ນ ໄດ້ຢັ້ງຢືນໃຫ້ເຫັນທີ່ຕັ້ງບົດບາດຂອງເຄື່ອງໝາຍການຄ້າ ເຂົ້າສານ ຫວຽດນາມ ຢູ່ເວທີສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ