ເຈົ້າໜ້າທີ່ຂັ້ນສູງ ອີຢູ ຢ້ຽມຢາມ ອີຣານ ໂດຍບັງເອີນເພື່ອແນໃສ່ປຶກສາຫາລືບັນຫານິວເຄຼຍ

(VOVWORLD) -ທ່ານ Josep Borrell, ໄດ້ໄປຮອດນະຄອນຫຼວງ ເຕເຮຣານ ໃນວັນທີ 24 ມິຖຸນາ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ
ເຈົ້າໜ້າທີ່ຂັ້ນສູງ ອີຢູ ຢ້ຽມຢາມ ອີຣານ ໂດຍບັງເອີນເພື່ອແນໃສ່ປຶກສາຫາລືບັນຫານິວເຄຼຍ - ảnh 1ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບ ເອີລົບ
(ພາບປະກອບ: AFP/TTXVN)

ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບ ເອີລົບ (ອີຢູ), ທ່ານ Josep Borrell, ໄດ້ໄປຮອດນະຄອນຫຼວງ ເຕເຮຣານ ໃນວັນທີ 24 ມິຖຸນາ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ລົງນາມເມື່ອປີ 2015.

        ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Saeed Khatibzadeh, ຢັ້ງຢືນວ່າ ທ່ານ Josep Borrell ໄດ້ໄປຮອດນະຄອນຫຼວງ ເຕເຮຣານ ໃນຕອນຄ່ຳວັນທີ 24 ມິຖຸນາ. ຖະແຫຼງການຊີ້ແຈ້ງວ່າ, ການຢ້ຽມຢາມແມ່ນສ່ວນໜຶ່ງໃນບັນດາການປຶກສາຫາລືລະຫວ່າງ ອີຣານ ແລະ ອີຢູ, ໂດຍສຸມໃສ່ການພົວພັນ 2 ຝ່າຍ ແລະ ບາງບັນຫາຢູ່ພາກພື້ນ ແລະ ສາກົນ, ກໍຄືການຜັນແປຫຼ້າສຸດກ່ຽວກັບການເຈລະຈາຄັ້ງຕ່າງໆ ເພື່ອຍົກເລີກຄຳສັ່ງລົງໂທດຕໍ່ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ