ເຊີດຊູຄວາມງາມດອກກ້ວຍໄມ້ໂດຍຜ່ານງານວາງສະແດງດອກກ້ວຍໄມ້ ຮ່າໂນ້ຍ ເປີດກ້ວາງ 2018

(VOVWORLD) - ງານວາງສະແດງດອກກ້ວຍໄມ້ ຮ່າໂນ້ຍ ເປີດກ້ວາງປີ 2018 ດຳເນີນໃນວັນທີ 25 ກຸມພາ ຢູ່ສາລາບ້ານ ຫວ້ານຟຸກ, ເມືອງ ຮ່າດົງ, ຮ່າໂນ້ຍ.
ເຊີດຊູຄວາມງາມດອກກ້ວຍໄມ້ໂດຍຜ່ານງານວາງສະແດງດອກກ້ວຍໄມ້ ຮ່າໂນ້ຍ ເປີດກ້ວາງ 2018 - ảnh 1 ງານວາງສະແດງດອກກ້ວຍໄມ້ ຮ່າໂນ້ຍ ເປີດກ້ວາງປີ 2018

ງານວາງສະແດງໂດຍສະມາຄົມດອກກ້ວຍໄມ້ ຮ່າໂນ້ຍ, ສະມາຄົມດອກກ້ວຍໄມ້ ທັງລອງ ຈັ້ດຕັ້ງ ໄດ້ດຶງດູດນັກສິລະປະການ, ນັກທຸລະກິດ, ເຈົ້າຂອງສວນຜະລິດ, ດຳເນີນທຸລະກິດດອກກ້ວຍໄມ້ຈາກ 42 ແຂວງ, ນະຄອນໃນທົ່ວປະເທດ. ງານວາງສະແດງດອກກ້ວຍໄມ້ ຮ່າໂນ້ຍ ເປີດກ້ວາງ ປີນີ້ ສຸມໃສ່ບັນດາແນວພັນດອກກ້ວຍໄມ້ທີ່ຫາຍາກຂອງ ຫວຽດນາມ.

        ໃນຂອບເຂດງານວາງສະແດງດອກກ້ວຍໄມ້ ຮ່າໂນ້ຍ ເປີດກ້ວາງປີ 2018 ຍັງມີລາຍການພົວພັນແລກປ່ຽນດອກກ້ວຍໄມ້ລະດູບານໃໝ່ 2018. ບັນດານັກສິລະປະການ, ເຈົ້າຂອງສວນ ພ້ອມກັນແບ່ງປັນບົດຮຽນອະນຸລັກຮັກສາ, ລ້ຽງປູກບັນດາແນວພັນດອກກ້ວຍໄມ້ທີ່ຫາຍາກຂອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ