ເຊັນອະນຸມັດໂຄງການຍົກສູງດ້ານວິຊາການໃຫ້ຄູອາຈານແລະຜູ້ອຳນວຍການໂຮງຮຽນ600.000ຄົນ

ເຊັນອະນຸມັດໂຄງການຍົກສູງດ້ານວິຊາການໃຫ້ຄູອາຈານແລະຜູ້ອຳນວຍການໂຮງຮຽນ600.000ຄົນ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 30/06 ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ທະນາຄານ​ໂລກ​ຫາ​ກໍ​ເຊັນ​ອະນຸມັດ​ໂຄງການ​ເພີ່ມ​ທະວີບຳລຸງ​ສ້າງຄູ​ອາຈານ ​ເພື່ອ​ແນ​ໃສ່​ປະກອບ​ສ່ວນ​ການ​ໜູນ​ຊ່ວຍ​ຄວາ​ມມານະ​ພະຍາຍາມ​ປ່ຽນ​ໃໝ່​ການ​ສຶກສາ ຫວຽດນາມ ​ໂດຍ​ຜ່ານ​ການ​ບຳລຸງ​ສ້າງ​ດ້ານ​ວິຊາ​ການ​ໃຫ້​ຄູ​ອາຈານ ​ແລະ ຜູ້ອຳ​ນວຍ​ການ​​ໂຮງຮຽນ​ເປັນ​ປະຈຳ. ​ໂຄງການ​ຈະ​ຊ່ວຍ​ບັນດາ​ຄູ​ອາຈານ ​ແລະ ຜູ້ອຳນວຍການ​ໂຄງ​ຮຽນ​ມັດ​ທະຍົມ ກຳ​ແໜ້ນ​ບັນດາ​​ເອກະສານ​ຫລັກ​ສູດ ​ແລະ ບັນດາ​ວິທີ​ການ​ສິດສອນ​ໃໝ່, ພ້ອມ​ທັງ ປັບປຸງ​ວິທີ​ການ​ສິດສອນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງການຂອງ​ນັກຮຽນ. ບັນດາ​ຄູ​ອາຈາ​ນຈະ​ໄດ້​ຮັບ​ການ​ບຳລຸງ​ສ້າງຕາມ​ຄວາມ​ຕ້ອງການ ​ແລະ ຖືກກັບ​​ໄລຍະ​ຈຸດ​ເວລາ, ​ໂດ​ຍກົງ​ຢູ່​ບັນດາ​ໂຮງຮຽນ ຫຼື ຊຸດ​ຮຽນຕ່າງໆ​ໂດຍ​ຜ່ານ​ທາງ​ອິນ​ເຕີ​ແນັດ ຫຼື ຕາໜ່າງໜູນ​ຊ່ວຍ. ​ໂຄງການ​ຈະ​ສົ່ງ​ເສີມ​ຄູ​ອາຈານ ​ແລະ ຜູ້ອຳນວຍການ​ໂຮງຮຽນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​​​ເພດ​ຍິງ​ເຂົ້າ​ຮ່ວມ​ຖັນ​ແຖ​ວູຄອາຈານ​ຫຼັກ​ແຫຼ່ງ​ແກ່ນສານ ​ແລະ ທີ່​ປຶກສາ​ໃຫ້​ຜູ້ອຳນວຍການ​ໂຮງຮຽນ.

ຂ່າວ/ບົດ​ອື່ນ