ເຊີ​ອຸນ ແລະ ວ​ໍ​ຊິງ​ຕັນ​ຢາກ​ຮັກ​ສາ​ຄ​ວາມ​ຄືບ​ໜ້າ​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ ລະ​ຫວ່າງ ອາ​ເມ​ລິ​ກາ - ສ​.ເກົາຫຼ​ີ

(VOVWORLD) - ອາເມລິກາ ຍັງຢັ້ງຢືນວ່າ: ຍັງເປີດປະຕູໃຫ້ແກ່ການໂອ້ລົມສົນທະນາ ກັບ ສປປ.ເກົາຫຼີ, ພ້ອມທັງຮັກສາການສ້າງຄວາມກົດດັນ ແລະ ບັນດາມາດຕະການລົງໂທດຄືເກົ່າ.
 ເຊີ​ອຸນ ແລະ ວ​ໍ​ຊິງ​ຕັນ​ຢາກ​ຮັກ​ສາ​ຄ​ວາມ​ຄືບ​ໜ້າ​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ ລະ​ຫວ່າງ ອາ​ເມ​ລິ​ກາ - ສ​.ເກົາຫຼ​ີ - ảnh 1ທ່ານນາງ Kang Kyung –Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ແລະ  ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN) 

ວັນທີ 31 ມີນາ, ທ່ານນາງ Kang Kyung –Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ເຊີອຸນ ແລະ ວໍຊິງຕັນ ລ້ວນແຕ່ຢາກຮັກສາຄວາມຄືບໜ້າຂອງການໂອ້ລົມສົນທະນາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ນັກການທູດແຖວໜ້າ ສ.ເກົາຫຼີ ໄດ້ຍົກອອກຖະແຫຼງການດັ່ງກ່າວເມື່ອກັບຄືນປະເທດຫຼັງຈາກສິ້ນສຸດບັນດາການເຈລະຈາກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Mike Pompeo ຢູ່ ວໍຊັງຕິນ.

        ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງໃດໆເພາະວ່າທັງສອງຝ່າຍຍັງມີບັນດາຄວາມເຫັນແຕກຕ່າງກັນໃນບັນຫາປອດນິວເຄຼຍຂອງ ພຽງຢາງ ແລະ ການຍົກເລີກບັນດາມາດຕະການລົງໂທດຂອງ ວໍຊິງຕັນ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງສິ້ນສຸດກອງປະຊຸມ, ອາເມລິກາ ຍັງຢັ້ງຢືນວ່າ: ຍັງເປີດປະຕູໃຫ້ແກ່ການໂອ້ລົມສົນທະນາ ກັບ ສປປ.ເກົາຫຼີ, ພ້ອມທັງຮັກສາການສ້າງຄວາມກົດດັນ ແລະ ບັນດາມາດຕະການລົງໂທດຄືເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ