ເດືອນກຸມພາ 2018, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເພີ່ມຂຶ້ນຫຼາຍ

(VOVWORLD) - ດັ່ງນັ້ນ, ໃນ 2 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸກ່ວາ 2,8 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເດືອນກຸມພາ 2018, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເພີ່ມຂຶ້ນຫຼາຍ - ảnh 1 ພາບປະກອບ

ໃນເດືອນ ກຸມພາ ປີ 2018, ຄາດວ່າແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກ່ວາ 1,43 ລ້ານເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ດັ່ງນັ້ນ, ໃນ 2 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸກ່ວາ 2,8 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ໃນນັ້ນ, ແຂກທ່ອງທ່ຽວຈາກ ອາຊີ ມາ ຫວຽດນາມ ຫຼາຍທີ່ສຸດແມ່ນ: ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ (ປະເທດຈີນ), ມາເລເຊຍ, ໄທ…

        ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໄດ້ວາງຄາດໝາຍວ່າ: ໃນປີ 2018 ຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 15 – 17 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດໃຫ້ໄດ້ 78 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວບັນລຸ 620.000 ຕື້ດົ່ງ. ນອກຈາກນັ້ນ, ຂະແໜງທ່ອງທ່ຽວສູ້ຊົນນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງປາຍແຫຼມຕາມເນື້ອໃນຈິດໃຈມະຕິຂອງກົມການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ