ເດືອນໂປຣໂມຊັ່ນ ຮ່າໂນ້ຍ ປີ 2023: ຊຸກຍູ້ການຜະລິດ, ສົ່ງເສີມການບໍລິໂພກ

(VOVWORLD) - ເດືອນ ໂປຣໂມຊັ່ນ ຮ່າໂນ້ຍ 2023 ລວມມີບັນດາເຫດການຈັດຂຶ້ນໃນ ເດືອນພະຈິກ ຢູ່ກ່ວາ 1.000 ສະຖານທີ່ຂາຍເຄື່ອງ ໂປຣໂມຊັ່ນ ແລະ 50 ສະຖານທີ່ຂາຍເຄື່ອງ ໂປຣໂມຊັ່ນ ທີ່ພົ້ນເດັ່ນ ...
ເດືອນໂປຣໂມຊັ່ນ ຮ່າໂນ້ຍ ປີ 2023: ຊຸກຍູ້ການຜະລິດ, ສົ່ງເສີມການບໍລິໂພກ - ảnh 1ພາບປະກອບ
 
 

ໂດຍສືບຕໍ່ຜົນສຳເລັດຂອງປີ 2022, ເດືອນ ໂປຣໂມຊັ່ນ ຮ່າໂນ້ຍ 2023 ໄດ້ຈັດຂຶ້ນແຕ່ວັນທີ 27 ຕຸລາ ຫາ ວັນທີ 30 ພະຈິກ ຢູ່ບັນດາສູນການຄ້າ, ຮ້າຍຊັບພະສິນຄ້າ, ຫ້າງຮ້ານ, ບັນດາສະຖານທີ່ຂາຍເຄື່ອງຂອງບັນດາວິສາຫະກິດ ຢູ່ຮ່າໂນ້ຍ. ເດືອນ ໂປຣໂມຊັ່ນ ຮ່າໂນ້ຍ 2023 ລວມມີບັນດາເຫດການຈັດຂຶ້ນໃນ ເດືອນພະຈິກ ຢູ່ກ່ວາ 1.000 ສະຖານທີ່ຂາຍເຄື່ອງ ໂປຣໂມຊັ່ນ ແລະ 50 ສະຖານທີ່ຂາຍເຄື່ອງ ໂປຣໂມຊັ່ນ ທີ່ພົ້ນເດັ່ນ ຊື່ງແມ່ນບັນດາລະບົບຮ້ານຊັບພະສິນຄ້າ, ສູນການຄ້າໃຫຍ່ໃນບໍລິເວນນະຄອນ ດ້ວຍລາຄາໄດ້ຫລຸດລົງກ່ວາ 50%. ທ່ານນາງ ເຈິ່ນທິເຟືອງລານ, ຜູ້ຮັກສາການຫົວໜ້າ ພະແນກອຸດສາຫະກຳ - ການຄ້າ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ເດືອນໂປຣໂມຊັ່ນ ຮ່າໂນ້ຍ ແມ່ນໂອກາດເພື່ອໃຫ້ບັນດາ ວິສາຫະກິດຕອບບຸນແທນຄຸນລູກຄ້າ ກໍ່ຄືກະກຽມຜະລິດຕະພັນ ສິນຄ້າ ເພື່ອແກ່ງແຍ້ງໃນຕະຫຼາດ ແນໃສ່ແນະນຳ ຜະລິດຕະພັນດີສຸດ, ລາຄາເໝາະສົມ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃນບໍລິເວນ. ພະແນກ ອຸດສາຫະກິດ  ການຄ້າ ຮ່າໂນ້ຍ ກໍ່ໄດ້ຮັບໂຄງການໂປຣໂມຊັ່ນ ຂອງບັນດາວິສາຫະກິດ ໃນບໍລິເວນນະຄອນ ຮ່າໂນ້ຍ ເພື່ອມີລາຍການ ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ, ບໍ່ສະເພາະ ແຕ່ສະບຽງອາຫານເທົ່ານັ້ນ, ຫາກຍັງບັນດາປະເພດ ສິນຄ້າຄືເຄື່ອງຕັດຫຍິບ, ເຄື່ອງຈັກ, ເຄື່ອງເອເລັກໂຕນິກ, ເຄື່ອງເຢັນ ຮັບໃຊ້ຄວາມຕ້ອງການຂອງປະຊາຊົນອີກດ້ວຍ”.

ເດືອນໂປຣໂມຊັ່ນ  ແມ່ນເຫດການຫລຸດລາຄາຂະໜາດ ໃຫຍ່ຈັດຂຶ້ນເປັນປະຈຳເດືອນຂອງແຕ່ລະປີ ເພື່ອສົ່ງເສີມການບໍລິໂພກ ອຸປະໂພກ, ຊຸກຍູ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຈາກນັ້ນ, ໄດ້ປະກອບສ່ວນໃຫ້ແກ່ເຕີບໂຕເສດຖະກິດໃນບໍລິເວນ ນະຄອນ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ