ເບິ່ງ​ແຍງ​ດູ​ແລເຍົາ​ວະ​ຊົນ, ອະ​ນຸ​ຊົນ​ ໃນ​ໂອ​ກາດວັນ​ບຸນ​ໄຫວ້​ພະ​ຈັນ​

(VOVWORLD) - ບໍ່ເຫຼືອອີກຫຼາຍມື້ກໍ່ຈະຮອດວັບບຸນໄຫວ້ພະຈັນ. ມີຫຼາຍແຂວງ, ນະຄອນໄດ້ ແລະ ພວມຈັດບັນດາການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍເພື່ອເບິ່ງແຍງດູແລເດັກນ້ອຍໃນວັນບຸນໄຫວ້ພະຈັນ, ເປັນຕົ້ນແມ່ນເດັກນ້ອຍເຂດຫ່າງໄກສອກຫຼີກ.

ເບິ່ງ​ແຍງ​ດູ​ແລເຍົາ​ວະ​ຊົນ, ອະ​ນຸ​ຊົນ​ ໃນ​ໂອ​ກາດວັນ​ບຸນ​ໄຫວ້​ພະ​ຈັນ​ - ảnh 1ການມອບຂອງຂວັນໃຫ້ແກ່ເດັກນ້ອຍໃນ າຍການ “ວັນບຸນໄຫ້ວພະຈັນແຫ່ງຄວາມໄຝ່ຝັນ” ປີ 2024
(ພາບ: TTXVN)

ຕອນຄ່ຳວັນທີ 12 ກັນຍາ, ສະພາກອງເຍົາວະຊົນ ນະຄອນໂຮ່ຈີມິນ ໄດ້ສົມທົບກັບບາງຫົວໜ່ວຍຈັດລາຍການ “ວັນບຸນໄຫ້ວພະຈັນແຫ່ງຄວາມໄຝ່ຝັນ” ປີ 2024 ໄດ້ສະຫງວນໃຫ້ແກ່ເດັກກຳພ້າ 400 ຄົນ ຍ້ອນໂລກລະບາດໂຄວິດ - 19 ແລະ ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ. ນະທີ່ນີ້, ພວກນ້ອງໆໄດ້ຮັບຂອງຂວັນຫຼາຍຢ່າງຄື: ໂຄມໄຟ, ເຂົ້າໜົມ ແລະ ມີສະຖານທີ່ລະຫຼິ້ນຫຼາຍແຫ່ງ, ໄດ້ຮັບຊົມລາຍການສະແດງກາຍຍະສິນ, ແຫ່ໂຄມໄຟ… ໃນຂອບເຂດລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 400 ພູດໃຫ້ແກ່ພວກນ້ອງໆຢູ່ສູນລ້ຽງດູ, ອຸປະຖຳ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ເດັກກຳພ້າຍ້ອນໂລກລະບາດໂຄວິດ - 19.

ແລະກໍ່ໃນຕອນຄ່ຳວັນທີ 12 ກັນຍາ, ຢູ່ເມືອງລາກເຢືອງ, ຄະນະຊາວໜຸ່ມແຂວງເລິມດົງ ກໍ່ໄດ້ຈັດລາຍການ “ໂຄມໄຟແຈ້ງສະຫວ່າງຄວາມຝັນຂອງອະນຸຊົນເລິມດົ່ງ” ຕ້ອນຮັບວັນບຸນໄຫວ້ພະຈັນກ່ອນ ແລະ ມອບຂອງຂວັນກ່ວາ 1000 ພູດໃຫ້ແກ່ພວກນ້ອງອະນຸຊົນເຍົາວະຊົນໃນບໍລິເວນແຂວງ. ບັນດາຂອງຂວັນເລັກໆນ້ອຍໆ ທີ່ມີຄວາມໝາຍນີ້ແມ່ນເພື່ອແນໃສ່ຊ່ວຍພວກນ້ອງໆມີຄວາມໄວ້ເນື້ອເຊື່ອໃຈ, ກຳລັງໜູນເພື່ອມານະພະຍາຍາມ, ສູ້ຊົນໃນການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ໃນການດຳລົງຊີວິດຂອງຕົນ.   

ແລະກໍ່ໃນວັນດຽວກັນ, ຢູ່ເມືອງຟອງດຽນ, ນະຄອນເກິ່ນເທີ ກໍ່ໄດ້ຈັດວັນບຸນໄຫວ້ພະຈັນດ້ວຍຫົວຂໍ້ “ໂຄມໄຟແຈ້ງສະຫວ່າງຄວາມຝັນ” ໃຫ້ພວກນ້ອງອະນຸຊົນໃນບໍລິເວນ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ເປີດສາກໃຫ້ບັນດາການເຄື່ອນໄຫວເບິ່ງແຍງດູແລເດັກນ້ອຍນະຄອນເວົ້າລວມ, ພິເສດແມ່ນເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍຢູ່ບັນດາຊານເມືອງເວົ້າສະເພາະໄດ້ຕ້ອນຮັບວັນບຸນໄຫວ້ພະຈັນຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ