ເປີດງານວາງສະແດງຕ່າງໆທີ່ກ່ຽວຂ້ອງເຖິງອຸດສາຫະກຳສຳຮອງ

ເປີດງານວາງສະແດງຕ່າງໆທີ່ກ່ຽວຂ້ອງເຖິງອຸດສາຫະກຳສຳຮອງ - ảnh 1
(ພາບປະກອບ)

(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 8/10, ຢູ່​ສູນ​ງານ​ຕະຫຼາດ​ນັດ​ວາງສະ​ແດງ​ໄຊ​ງ່ອນ (SECC), ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ ​ແລະ ບໍລິສັດ Reed Tradex ​ເປີດ​ງານ​ວາງສະ​ແດງ 4 ຄັ້ງ​ ທີ່​ກ່ຽວຂ້ອງ​ເຖິງ​ອຸດສາຫະກຳ​ສຳຮອງ. ຜ່ານ​ງານ​ວາງສະ​ແດງ​ນີ້, ວິ​ສາ​ຫະກິດ​ຂອງ​ຫວຽດນາມ, ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ​ອື່ນໆ​ຈະ​ມີ​ເງື່ອນ​ໄຂ​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ຮ່ວມ​ມື​ລົງທຶນ​ທຳ​ການ​ຜະລິດ ​ເພື່ອ​ຍົກ​ສູງ​ອັດຕາ​ສ່ວນ​ອຸດສາຫະກຳ​ສຳຮອງ​ຢູ່​ຫວຽດນາມ. ທ່ານ ດັ້ງ​ງອກ​ກວີ໋, ຜູ້ອຳນວຍການ​ດຳ​ເນີນ​ທຸລະ​ກິດ ບໍລິສັດ​​ເຕັກ​ໂນ​ໂລ​ຢີ ນາມທ໋າຍ​ເຊີນ ຈຳກັດ, ​ໃຫ້​ຮູ້​ວ່າ:

        “​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ​ໄດ້​ຮັບ​ການຮັບຮອງ​ຈາກ​ຕະຫຼາດ​ໂລກ​ເທື່ອ​ລະ​ກ້າວ. ຕົວຢ່າງ​ຄື​ເມື່ອ​ເຫັນ​ເຄື່ອງ​ຈັກ​ຂອງ​ຫວຽດນາມ ​ເຄື່ອນ​ໄຫວ​ໄດ້​ດີ, ​ນັກທຸ​ລະ​ກິດໄທ​ ກໍ່ຮູ້ສຶກ​ແປກ​ປະຫຼາດ ​ແລະ ນິຍົມ​ຫຼາຍ. ຂ້າພະ​ເຈົ້າ​ເຫັນ​ວ່າ, ຜ່ານ​ງານ​ວາງສະ​ແດງ​ຄື​ດັ່ງກ່າວ, ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຈະ​ຮູ້ຈັກ​ເຖິງຜະລິດ​ຕະພັນ​ຂອງ​ຫວຽດນາມ​“.

ຂ່າວ/ບົດ​ອື່ນ