ເປີດຊຸດຝຶກອົບຮົມສື່ສານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ,ສຶກສາເດັກຍິງແລະແມ່ຍິງ

ເປີດຊຸດຝຶກອົບຮົມສື່ສານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ,ສຶກສາເດັກຍິງແລະແມ່ຍິງ - ảnh 1
ຊຸດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າ​ງ​ຍິງ - ຊາຍ

(vovworld) – ນັກ​ຂ່າວ, ບັນນາທິການ​ຂອງ​ອົງການ​ສື່ມວນ​ຊົນ​ເກືອບ 20 ​ແຫ່ງ​ພວມ​ໄດ້​ເຂົ້າ​ຮ່ວມ​ມື​​ “ຊຸດ​ຝຶກ​ອົບຮົມ​ສື່ສານ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ -​ ຊາຍ, ສຶກສາ​ເດັກ​ຍິງ​ ແລະ ​ແມ່ຍິງ” ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​ໃນ​ເວລາ 2 ວັນ (20 ​ແລະ 21/9). ນີ້​ແມ່ນ​ການ​ເຄ່ື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ໂຄງການ “ຂໍ້​ລິ​ເລີ່​ມ​ຄວາມສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ​ແລະ ສຶກສາ​ໃຫ້​ແກ່​ເດັກ​ຍິງ​ຢູ່ ຫວຽດນາມ: ມອດ​ສິດ​ໃຫ້​ແກ່​ເດັກ​ຍິງ ​ແລະ ​ແມ່ຍິງ​ເພື່ອ​ສັງຄົມ​ມີ​ຄວາມ​ຍຸຕິ​ທຳ​ກ່ວາ” ​ໂດຍ​ກະຊວງ​ສຶກສາ - ບຳລຸງ​ສ້າງ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແລະ ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ ສປຊ (UNESCO) ປະຈຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ຊຸດ​ຮຽນ, ທ່ານ​ນາງ​ຮ່ວາ​ງມີ​ງງວຽດ, ຜູ້​ປະສານ​ງານ​ບັນດາ​ລາຍການ​​ຖະ​ແຫຼງ​ຂ່າວສື່ສານຂອງ UNESCO, ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຜ່ານ​ມາ, ວົງ​ການ​ສື່ສານ ຫວຽດນາມ ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ​ເພີ່ມ​ທະວີ​ການ​ສຶກສາ​ໃຫ້​ເດັກ​ຍິງ ​ແລະ ​ແມ່ຍິງ. ສິ່ງ​ດັ່ງກ່າວ​ໄດ້​ສະ​​ແດງ​ໃຫ້​ເຫັນ​ຜ່າ​ນ​ເລື່ອງ ຫວຽດນາມ ​ໄດ້​​ປະ​ກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ຄວາມ​​ສະ​ເໝີ​ພາບລະຫວ່າງ​ຍິງ-​ຊາຍ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ສື່ສານ​ຍັງ​ມີ​ຫຼາຍ​ບົດ​ບໍ່​ທັນ​ສະ​ແດງ​ໄດ້​​ເຖິວຈິດ​ໃຈ​ນີ້, ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ຊຸດ​​ອົບ​ຮົມ​ນີ້​ເພື່ອ​ໃຫ້​ບັນດາ​ນັກ​ຂ່າວ​ຍົກ​ສູງ​ສະຕິ​ຄວາມ​ຮູ້ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ​ແລະ ການ​ສຶກສາ​ເດັກ​ຍິງ ​ແລະ ​ແມ່ຍິງ.”


ຂ່າວ/ບົດ​ອື່ນ