ເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

(VOVWORLD) - ຕອນບ່າຍວັນທີ 22 ມັງກອນ ໄດ້ດຳເນີນພິທີເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມພິທີດັ່ງກ່າວ ມີບັນດານັກຂ່າວ ຫວຽດນາມ, ນັກຂ່າວຕ່າງປະເທດປະຈຳ ຫວຽດນາມ ເປັນຈຳນວນຫລວງຫລາຍ.
ເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ - ảnh 1ພິທີເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ພາບ:  baoquocte.vn)

     ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານ ເລແມ້ງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIII ໃຫ້ຮູ້ວ່າ: ເລື່ອງເປີດສະຫຼອງສູນສື່ມວນຊົນໃນວັນທີ 22 ມັງກອນ ກໍ່ເປັນການປະກອບສ່ວນສຳຄັນ ເພື່ອໂຄສະນາບັນດາເນື້ອໃນຂອງກອງປະຊຸມໃຫຍ່. ທາງສູນຮັບປະກັນເງືຶ່ອນໄຂການເຮັດວຽກ ແລະ ອຸປະກອນການເຮັດວຽກໃຫ້ແກ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດທີ່ມາຕິດຕາມ ແລະ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່.

     ແລະກໍ່ໃນວັນທີ 22 ມັງກອນ, ໄດ້ດຳເນີນພິທີເປີດງານວາງສະແດງປຶ້ມ, ໜັງສືພິມດີເດັ່ນກ່ວາ 2000 ສະບັບ ໄດ້ແນະນຳຕາມ 5 ຫົວຂໍ້. ເນື່ອງໃນໂອກາດນີ້, ກໍ່ໄດ້ຈຳໜ່າຍຊຸດສະແຕມ “ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ