ເປີດເວທີປາໄສປຶກສາຫາລືບັນດາຝ່າຍກ່ຽວຂ້ອງຂັ້ນພາກພື້ນກ່ຽວກັບໂຄງການເຂື່ອນໄຟຟ້າ ປາກແບງຄັ້ງທີ2

(VOVWORLD) - ຕອນເຊົ້າວັນທີ 5/5, ເວທີປາໄສປຶກສາຫາລືບັນດາຝ່າຍກ່ຽວຂ້ອງຂັ້ນພາກພື້ນກ່ຽວກັບໂຄງການເຂື່ອນໄຟຟ້າ ປາກແບງ ຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ວຽງຈັນ. ເຂົ້າຮ່ວມກອງປະຊຸມມີຜູ້ອຳນວຍການຝ່າຍບໍລິຫານກຳມາທິການແມ່ນ້ຳຂອງ (MRC) ຟ້າມຕ໋ວນຟານ, ຜູ້ຕາງໜ້າລັດຖະບານ 4 ປະເທດ MRC ແມ່ນ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ; 

ເປີດເວທີປາໄສປຶກສາຫາລືບັນດາຝ່າຍກ່ຽວຂ້ອງຂັ້ນພາກພື້ນກ່ຽວກັບໂຄງການເຂື່ອນໄຟຟ້າ ປາກແບງຄັ້ງທີ2 - ảnh 1ການກໍ່ສ້າງເຂື່ອນໄຟຟ້າ ປາກແບງ ໃນແມ່ນ້ຳຂອງ, ແຂວງ ອຸດົມໄຊ, ປະເທດລາວ

(ພາບ: ຮູ່ງຫວໍ/Vietnam+)

ບັນດາອົງການຈັດຕັ້ງສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ… ເວທີປາໄສຄັ້ງທີ 2 ເພື່ອແນໃສ່ແບ່ງປັນ, ແກ້ໄຂບັນດາບັນຫາ, ບັນດາຄຳເຫັນທີ່ໄດ້ຮັບເອົາຈາກເວທີປາໄສຄັ້ງທຳອິດ ເຊິ່ງຖືກຈັດຕັ້ງຢູ່ ຫຼວງພະບາງເມື່ອທ້າຍເດືອນ 2; ປະກາດບັນດາໝາກຜົນເບື້ອງຕົ້ນກ່ຽວກັບການຕີລາຄາດ້ານເຕັກນິກຂອງໂຄງການເຂື່ອນໄຟຟ້າ ປາກແບງ ໂດຍຄະນະເລຂາກຳມາທິການແມ່ນ້ຳຂອງ MRCS ປະຕິບັດ, ແບ່ງປັນຂໍ້ມູນຂ່າວກ່ຽວກັບບັນດາລາຍການເຄື່ອນໄຫວພາຍຫຼັງວິວັດການປຶກສາຫາລືໂຄງການ ປາກແບງ; ແລະ ບັນດາຂໍ້ມູນຂ່າວອື່ນໆທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ