ເປັນ​ຄັ້ງ​ທຳ​ອິດ ກ່​ວາ 50% ປະ​ຊາ​ກອນ​ໂລກ​ໄດ້​ຊົມ​ໃຊ້ການ​ອຸ​ປະ​ຖຳສັງ​ຄົມ

(VOVWORLD) - ມີປະມານ 52,4%ປະຊາກອນທົ່ວໂລກໃນປັດຈຸບັນ ໄດ້ຊົມໃຊ້ການອຸປະຖຳສັງຄົມ, ເພີ່ມຂຶ້ນເກືອບ 10% ນັບແຕ່ປີ 2015 ແລະ ເປັນຄັ້ງທຳອິດອັດຕານີ້ລື່ນກາຍລະດັບ 50%.
ເປັນ​ຄັ້ງ​ທຳ​ອິດ ກ່​ວາ 50% ປະ​ຊາ​ກອນ​ໂລກ​ໄດ້​ຊົມ​ໃຊ້ການ​ອຸ​ປະ​ຖຳສັງ​ຄົມ - ảnh 1ພາບປະກອບ: Kyodo/TTXVN

ວັນທີ 12 ກັນຍາ, ສປຊ ໄດ້ປະກາດບົດລາຍງານສະບັບຫຼ້າສຸດຂອງອົງການແຮງງານສາກົນ (ILO) ເຊິ່ງສະແດງໃຫ້ເຫັນວ່າ ເປັນຄັ້ງທຳອິດ ກ່ວາ 50% ປະຊາກອນທົ່ວໂລກ ໄດ້ຊົມໃຊ້ການອຸປະຖຳສັງຄົມ, ແຕ່ຕັກເຕືອນວ່າ ລັດຖະບານບັນດາປະເທດຍັງຕ້ອງມີການກະທຳຫຼາຍກ່ວາອີກເພື່ອແກ້ໄຂບັນດາສິ່ງທ້າທາຍ, ໃນນັ້ນມີການຫຼຸດຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ລະອຽດແມ່ນ ILO, ມີປະມານ 52,4%ປະຊາກອນທົ່ວໂລກໃນປັດຈຸບັນ ໄດ້ຊົມໃຊ້ການອຸປະຖຳສັງຄົມ, ເພີ່ມຂຶ້ນເກືອບ 10% ນັບແຕ່ປີ 2015 ແລະ ເປັນຄັ້ງທຳອິດອັດຕານີ້ລື່ນກາຍລະດັບ 50%. ILO ຕີລາຄາວ່າ ນີ້ແມ່ນຄວາມກ້າວໜ້າທີ່ເປັນໜ້າຊື່ຊົມ, ແຕ່ໃນຕົວຈິງມີປະຊາຊົນ 3,8 ຕື້ຄົນ ຍັງບໍ່ທັນໄດ້ຮັບການອຸປະຖຳ, ເນັ້ນໜັກວ່າ ເດັກນ້ອຍກ່ວາ 75%ໃນທົ່ວໂລກ ຍັງບໍໍ່ທັນໄດ້ຮັບຜົນປະໂຫຍດນີ້. ILO ກ່ວາເຕືອນວ່າ ອັດຕາຄວາມໄວເພື່ອຫຼຸດລົງໄລຍະຫ່າງນີ້ແມ່ນຊ້າທີ່ສຸດ. ທ່ານ Gilbert Houngbo ຜູ້ອຳນວຍການໃຫຍ່ ILO ສະແດງຄວາມວິຕົກກັງວົນເປັນພິເສດຕໍ່ ອັດຕາອຸປະຖຳສັງຄົມຕ່ຳຢູ່ບັນດາປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກ ການປ່ຽນແປງຂອງດິນຟ້າອາກາດ. ຕາມທ່ານ Gilbert Houngbo ແລ້ວ, ມີຫຼາຍປະເທດພວມຕ້ອງຮັບຜົນຕາມມາຢ່າງຮ້າຍແຮງທີ່ສຸດຈາກວິກິດການນີ້, ແຕ່ບໍ່ມີການກະກຽມຢ່າງພຽງພໍເພື່ອແກ້ໄຂບັນດາຜົນຕາມມາສຳລັບສິ່ງແວດລ້ອມ ແລະ  ການຫາເງິນລ້ຽງຊີບຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ